ການນຳ ຍີ່ປຸ່ນ ແລະ ອາເມລິກາ ຢືນຢັນຄືນໃໝ່ການພົວພັນຄວາມໝັ້ນຄົງກ່ອນຈັດກອງປະຊຸມສຸດຍອດ G7

(VOVWORLD) - ການພົວພັນສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ແມ່ນ “ແກ່ນສານຫຼັກແຫຼ່ງ” ໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
ການນຳ ຍີ່ປຸ່ນ ແລະ ອາເມລິກາ ຢືນຢັນຄືນໃໝ່ການພົວພັນຄວາມໝັ້ນຄົງກ່ອນຈັດກອງປະຊຸມສຸດຍອດ G7 - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: Reuters)

        ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ພົບປະກັນຢູ່ນະຄອນ Hiroshima. ການພົບປະໄດ້ດຳເນີນກ່ອນຈັດກອງປະຊຸມ G7 ທີ່ຈັດຂຶ້ນຢູ່ ຍີ່ປຸ່ນ ໜຶ່ງວັນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ເນັ້ນໜັກຢ່າງແຮງຕໍ່ການພົວພັນສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ແມ່ນ “ແກ່ນສານຫຼັກແຫຼ່ງ” ໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານ Fumio Kishida ກໍ່ສະແດງຄວາມຫວັງວ່າ ບັນດາການນຳຂອງກຸ່ມຈະສະແດງໃຫ້ເຫັນເຈດຈຳນົງຄວາມຢຶດໝັ້ນໃນການປົກປັກຮັກສາລະບຽບຮຽບຮ້ອຍຂອງໂລກ ໂດຍອີງໃສ່ກົດໝາຍ. ສ່ວນທ່ານປະທານາທິບໍດີ Biden ຊີ້ແຈ້ງວ່າ, ສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ຍາມໃດກໍ່ຮຽງບ່າຮຽງໄຫຼ່ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ, ສວມບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງລວມຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ