ການ​ນຳ ອາ​ເມ​ລິ​ກາ, ​ຊູ​ແອັດ ແລະ ແຟງ​ລັງ ປຶກ​ສາ​ຫາ​ລື​​ການ​ຂະ​ຫຍາຍ ສະ​ມາ​ຊິກ NATO

(VOVWORLD) -ວັນທີ 19 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປຶກສາຫາລືກັບການນຳຊູແອັດ ແລະ ແຟງລັງ ກ່ຽວກັບເລື່ອງສອງປະເທດ ຂໍເຂົ້າເປັນສະມາຊິກຂອງ NATO.
ການ​ນຳ ອາ​ເມ​ລິ​ກາ, ​ຊູ​ແອັດ ແລະ ແຟງ​ລັງ ປຶກ​ສາ​ຫາ​ລື​​ການ​ຂະ​ຫຍາຍ ສະ​ມາ​ຊິກ NATO - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Military Times)

ກ່ອນການເດີນທາງໄປປະຕິບັດງານຢູ່ ອາຊີ ເລີ່ມແຕ່ວັນທີ 20 ພຶດສະພາ, ທ່ານປະທານາທິບໍດີ Joe Biden ຈະມີການພົບປະກັບທ່ານນາຍົກລັດຖະມົນຕີຊູແອັດ ແລະ ແຟງລັງ ຢູ່ ທຳນຽບຂາວ ເພື່ອປຶກສາຫາລືກ່ຽວກັບໃບຄຳຮ້ອງຂໍເຂົ້າ ເປັນສະມາຊິກ NATO ຂອງສອງປະເທດນີ້. ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຖືວ່າ ນີ້ແມ່ນເຫດການປະຫວັດສາດເມື່ອ ສອງປະເທດ ໄດ້ປະລະມູນເຊື້ອເປັນກາງ ເພື່ອເຂົ້າຮ່ວມສຳພັນທະມິດປ້ອງກັນຕົວທີ່ເຂັ້ມແຂງທີ່ສຸດໃນໂລກ.

ເລື່ອງເຂົ້າເປັນສະມາຊິກ NATO ຂອງ ຊູແອັດ ແລະ ແຟງລັງ ພວມຖືກປະເທດຕວັກກີຄັດຄ້ານ. ປັດຈຸບັນ ຕວັກກີພວມຮຽກຮ້ອງໃຫ້ ຊູແອັດ ຢຸດຕິການສະໜັບສະໜູນບັນດາມືປຶນຊາວ Kurd ເຊິ່ງປະເທດນີ້ ຖືວ່າເປັນພາກສ່ວນກໍ່ການຮ້າຍ ພ້ອມທັງຮຽກຮ້ອງໃຫ້ ທັງຊູແອັດ ແລະ ແຟງລັງຍົກເລີກບັນດາຄຳສັ່ງຫ້າມຂາຍອາວຸດຈຳນວນໜຶ່ງໃຫ້ແກ່ຕວັກກີ.

ຕອບກັບ

ຂ່າວ/ບົດ​ອື່ນ