ການນຳ ເອີຣົບ ຈັດກອງປະຊຸມໂດຍກົງທຳອິດປຶກສາຫາລືກ່ຽວກັບວິກິດການໂລກລະບາດໂຄວິດ-19

(VOVWORLD) -  ວັນທີ 11 ມິຖຸນາ, ການນຳ 4 ປະເທດ Visegrad (ຫຼືເອີ້ນວ່າກຸ່ມ V4, ເຊິ່ງລວມມີປະເທດ ສ.ເຊັກໂກ, ສະໂລວາກີ, ຮຸງກາຣີ, ໂປໂລຍ) ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບບ້ວງເງິນໜູນຊ່ວຍດ້ານເສດຖະກິດທີ່ມີມູນຄ່າ 850 ຕື້ USD ຂອງສະຫະພາບເອີຣົບ (ອີຢູ). 

ນີ້ແມ່ນກອງປະຊຸມໂດຍກົງທຳອິດຂອງບັນດາການນຳເອີຣົບ ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 . ບັນດາປະເທດ V4 ພວມຊອກຫາຫຼັກໝັ້ນລວມກ່ຽວກັບກອງທຶນຟື້ນຟູເສດຖະກິດຂອງ ອີຢູ ກ່ອນທີ່ດຳເນີນກອງປະຊຸມສຸດຍອດທາງອອນລາຍຂອງສະພາເອີຣົບ (EC) ເຊິ່ງຈະດຳເນີນໃນວັນທີ 19 ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ