ການນຳກະຊວງປ້ອງກັນປະເທດຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງວິ້ງລອງ

ການນຳກະຊວງປ້ອງກັນປະເທດຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງວິ້ງລອງ - ảnh 1
ພົນ​ຕີ Dao Duy Minh ມອບຂອງຂວັນໃຫ້
ຄະນະ​ຜູ້​ແທນ​ທີ່ມີຄຸນງາມຄວາມດີ​ຕໍ່​ການ​ປະຕິວັດແຂວງວິ້ງ​ລອງ
(ພາບ: dangcongsan.vn)


(vovworld) -  ຕອບ​ບ່າຍ​ວັນ​ທີ 6/9, ຢູ່ ຮ່າ​ໂນ້ຍ, ພົນ​ຕີ Dao Duy Minh, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງ​ທັງ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່ມີຄຸນງາມຄວາມດີ​ຕໍ່​ການ​ປະຕິວັດແຂວງວິ້ງ​ລອງ​ທີ່​ມາ​ຢ້ຽມຢາມ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ຢ້ຽມຢາມ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ພົນ​ຕີ Dao Duy Minh ​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາ​ວຽກ​ງານ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນ, ​​ເບິ່ງ​ແຍງ, ຊ່ວຍ​ເຫຼືອ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ຂອງ​ພະນັກງານ, ນັກຮົບ​ທົ່ວ​ກອງທັບ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະນັກງານ, ນັກຮົບ​ທົ່ວ​ກອງທັບ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ ”ທະຫານ​ລຸງ​ໂຮ່”, ຕັ້ງໜ້າ​ຫຼໍ່​ຫຼອມ, ຍົກ​ສູງ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ; ຕັ້ງໜ້າ​ຍູ້​ແຮງ​ການ​ເຄື່ອນ​ໄຫວ ”ຕອບ​ບຸນ​ແທນ​ຄຸນ”

ຂ່າວ/ບົດ​ອື່ນ