ການນຳກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ

ການນຳກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ - ảnh 1
ທ່ານພົນ​ໂທຫງວຽນ​ຈີ໋ວີ້ງ ຕ້ອນຮັບ ທ່ານ Herve Ladsous
(ພາບ : Báo Quân đội nhân dân)

(vovworld) – ​​​ ​ ​ຕອນ​ບ່າຍ​ວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ, ທ່ານພົນ​ໂທຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ເລື່ອງ​ຫວຽດນາມ ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ, ​ໄດ້​ໃຫ້​ການຕ້ອນຮັບທ່ານ Herve Ladsous, ຮອງເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ຊຶ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານພົນ​ໂທຫງວຽນ​ຈີ໋ວີ້ງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດ ສຳລັບ​ຫວຽດນາມ ​ໃນ​ວິວັດ​ການ​ກະກຽມ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​​ຮັກສາ​ສັນ​ຕິ​ພາບ​ຂອງ​ສະຫະ​ປະຊາ​ຊາດ​ ແລະ ຢັ້ງຢືນ​ວ່າ: ​ແຜນ​ນະ​ໂຍບາຍ​ທີ່ສະ​​ເໝີຕົ້ນ​ສະ​​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ການ​ເຂົ້າ​ຮ່ວມທີ່ມີຄວາມ​ຮັບຜິດຊອບ​​​ເຂົ້າ​​ໃນການ​ເຄື່ອນ​ໄຫວ​​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນ​ຮັກສາ​ສັນຕິພາບຫວຽດນາມ ຈະ​ສົ່ງ​ບັນດານາຍ​ທະຫານ​ເປັນ​ເສນາທິ​ການ, ທ່ານໝໍ​ເສນາ​ຮັກ ​ແລະ ກຳລັງ​ທະຫານ​ຊ່າງ​ແສງ​ເຂົ້າ​ຮ່ວມ​ໃນ​ບັນດາ​ຄະນະປະຕິບັດ​ງານ​ຂອງ​ສະຫະ​ປະຊາ​ຊາດ. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​ເໜີ​ໃຫ້​ສະຫະ​ປະຊາ​ຊາດ​​ຊ່ວຍ​​ເຫຼືອຫວຽດນາມ ບັນດາເອກະສານກຳນົດມາດຖານ ​ແລະ ໜູນ​ຊ່ວຍ​ນັກ​ຊ່ຽວຊານ​ໃນ​ວຽກ​ງານ​ຝຶກ​ຊ້ອມຮັກສາ​ສັນຕິພາບ; ​ແນະນຳ ​ແລະ ສະໜັບສະໜູນ​ຫວຽດນາມ ​ໃນ​ການ​​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ບາງຕຳ​ແໜ່​ງຢູ່​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ