(vovworld) - ວັນທີ 24/9, ທ່ານ Le Manh Ha ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Feliciano Belmonte, ປະທານສະພາຕໍ່າຟີລີບປີນ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານ Le Manh Ha ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຟີລີບປີນ ໄດ້ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບດ້ານພູມມີປະເທດ ກໍຄືການພັດທະນາເສດຖະກິດສັງຄົມ. ນະຄອນໂຮ່ຈິມິນ ປາດຖະໜາ ຢາກດຶງດູດການລົງທຶນຈາກບັນດາວິສາຫະກິດຂອງ ຟີລີບປີນ ເພື່ອຜົນປະໂຫຍດລວມຂອງສອງປະເທດ. ທ່ານ Feliciano Belmonte, ປະທານສະພາຕໍ່າຟີລີບປີນ ຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ການແບ່ງປັນບັນດາບົດຮຽນຈາກນະຄອນໂຮ່ຈິມິນ ໃນການຈັດຕັ້ງ, ຮູບແບບການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນເມືອງ, ຕາແສງ. ທ່ານ Feliciano Belmonte ປາດຖະໜາວ່າ ການນຳນະຄອນໂຮ່ຈິມິນ ຈະໃຫ້ການຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຟີລີບປີນ ທີ່ພວມດຳລົງຊີວິດໃນບໍລິເວນນະຄອນ ແລະ ຖືວ່າ ນີ້ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ກັບ ຟີລີບປີນ.