ການນຳບັນດາປະເທດສົ່ງສານອວຍພອນເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມທີ 2/9

ການນຳບັນດາປະເທດສົ່ງສານອວຍພອນເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມທີ 2/9 - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສ​ີ​ຈິ້ນ​ຜິງ
ພາບ:nghiencuuquoc te
(vovworl)- ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສ​ີ​ຈິ້ນ​ຜິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫລີ​ເຄີ​ຊຽງ ແລະ ທ່ານຢາງ​ເຕີ​ຈຽງ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ສົ່ງ​ສານອວຍ​ພອນ​ວັນ​ຊ​າດ​ຫວຽດ​ນາມ ທີ 2/9 ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊີງ​ຮຸ່ງ. ໃນ​ສາຍອວ​ຍ​ພອນ, ບັນ​ດາ​ການ​ນຳ​ພັກ,ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຈີນ ອວຍ​ພອ​ນ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຊື່ງ​ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ຈະ​ບັນ​ລຸ​ໄດ້​ຜົນ​ງານ​ໃຫຍ່​ຫລວງກວ່າ​ໃນ​ພາ​ລະ​ກິດ​ກໍ່ສ້າງ​​ສັງ​ຄົມ​ນິ​ຍົມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ໄດ້​ສົ່ງ​ສານອວຍ​ພອນ​ເຖິງ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ຊາ​ຊົນ​ຫວຽດ​ນາມ ອ້າຍ​ນ້ອງ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ໃຫມ່ອັນ​ໃຫຍ່​ຫລວງ ແລະ ຮອບ​ດ້ານກວ່າ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້າ​ນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫ​ມາ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ຂອງ​ປະ​ຊາ​ຄົມ ອາ​ຊຽນ ກໍ​ຄື​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ​່​ພາກ​ພື້ນ ແລະ ໃນ​ໂລກ.

ເນື່ອງ​ໃນ​ໂອ​ກາດນີ້, ກະ​ສັດ ກຳ​ປູ​ເຈຍ  Norodom Sihamoni, ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ປ​ະ​ນາ​ທິ​ບໍ​ດີ​ລັດ​ເຊຍ, ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ກໍ​ໄດ້​ສົ່ງ​ສານອວ​ຍ​ພອນ​ວັນ​ຊາດ​ທີ 2/9 ຂອງ​ຫວຽດ​ນາມ ເຖິງ​ການ​ນຳ​ພັກ,ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ