ການນຳບັນດາປະເທດສືບຕໍ່ສົ່ງສານອວຍພອນ ເນຶ່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 73 ປີ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນຊາດຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2018), ການນຳບັນດາປະເທດ ສ.ອີຕາລີ, ສປປ ເກົາຫຼີ, ຢູແກຼນ ແລະ ມົງໂກນ ໄດ້ສົ່ງສານອວຍພອນເຖິງການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ.

ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ສົ່ງສານອວຍພອນວັນຊາດເຖິງ ທ່ານປະທານປະເທດ ເຈິ່ນດ້າຍກວາງ. ໃນສານ, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ເຊື່ອໝັ້ນວ່າ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດໝັ້ນແກ່ນ ສອງປະເທດຈະຮ່ວມກັນຂຸດຄົ້ນທຸກໆກາລະໂອກາດ ເພື່ອປັບປຸງ, ເຮັດໃຫ້ການພົວພັນເລິກເຊິ່ງ ແລະ ເປີດກ້ວາງການຮ່ວມມືໃນທຸກຂົງເຂດ ແລະ ບັນດາຮູບການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ທັງໃນຮູບແບບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ທ່ານ Kim yong Nam ປະທານຄະນະກຳມະການຜູ້ປະຈຳການ ສະພາປະຊາຊົນຂັ້ນສູງ (ສະພາແຫ່ງຊາດ) ສປປ ເກົາຫຼີ, ທ່ານ Pak Pong Ju ນາຍົກລັດຖະມົນຕີ ຄະນະລັດຖະບານ, ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ເນື້ອໃນບັນດາສານອວຍພອນ, ການນຳ ສປປ ເກົາຫຼີ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ກວ່າເກົ່າໃນກິດຈະການສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານປະທານາທິບໍດີ ຢູແກຼນ Petro Porshenko, ທ່ານນາຍົກລັດຖະມົນຕີ  Volodymyr Groysman, ກໍ່ພ້ອມກັນສົ່ງສານອວຍພອນເຖິງ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ການນຳ ຢູແກຼນ ສະແດງຄວາມປາຖະໜາຢາກ ເພີ່ມທະວີການພົວພັນຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ, ຍູ້ແຮງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນທຸກຂົງເຂດເຊິ່ງສອງຝ່າຍມີຄວາມສົນໃຈ; ສະແດງຄວາມຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການເຈລະຈາ, ພົບປະແລກປ່ຽນ ບັນດາທິດທາງທີ່ເປັນບູລິມະສິດໃນການຮ່ວມມືໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ