ການນຳບັນດາປະເທດອວຍພອນ 73 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ

(VOVWORLD) - ໃນໂທລະເລກອວຍພອນ, ບັນດາການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຈີນ ໄດ້ສະແດງຄວາມເບິກບານມ່ວນຊື່ນ ແລະ ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນຊາດປະເທດ ສສ ຫວຽດນາມ (2/9/1945 – 2/9/2018), ການນຳບັນດາປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ.

ການນຳບັນດາປະເທດອວຍພອນ 73 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ - ảnh 1 ພາບປະກອບ

        ໃນໂທລະເລກອວຍພອນ, ບັນດາການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຈີນ ໄດ້ສະແດງຄວາມເບິກບານມ່ວນຊື່ນ ແລະ ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະປະຕິບັດເປົ້າໝາຍສ້າງປະເທດ ສັງຄົມນິຍົມ ຫວຽດນາມ ໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ຢັ້ງຢືນວ່າ, ຈີນຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ໃຫ້ພັດທະນາສະຖຽນລະພາບ, ປອດໄສ ແລະ ໝັ້ນຄົງເຂັ້ມແຂງ.

        ໃນໂທລະເລກຝາກເຖິງການນຳພັກ, ລັດ ຫວຽດນາມ, ບັນດາການນຳຂັ້ນສູງ ສປປ ລາວ ໄດ້ສະແດງຄວາມເບິກບານມ່ວນຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ; ພ້ອມທັງສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງສຳລັບການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໃນການໜູນຊ່ວຍລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມຢູ່ແຂວງ ອັດຕະປື ໃນໄລຍະຜ່ານມາ. ບັນດາການນຳລາວ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ພ້ອມກັບບັນດາການນຳ ຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

        ແລະກໍ່ເນື່ອງໃນໂອກາດນີ້, ການນຳ ກຳປູເຈຍ ກໍ່ອວຍພອນບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ຕີລາຄາສູງການພັດທະນາຂອງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງປະເທດ ກຳປູເຈຍ - ຫວຽດນາມ.

        ທ່ານ Miguel Diaz – Canel Bermudez, ປະທານແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ສ. ກູບາ ໄດ້ຝາກໂທລະເລກມາຍັງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໃນໂທລະເລກ, ທ່ານ Miguel Diaz – Canel Bermudez ໄດ້ຝາກເຖິງຄຳອວຍພອນການນຳຂັ້ນສູງ ຫວຽດນາມ ພ້ອມທັງຢັ້ງຢືນຄວາມຕັດສິນໃຈຮັດແໜ້ນການພົວພັນມິດຕະພາບ, ອ້າຍນ້ອງປະຫວັດສາດ ແລະ ການຮ່ວມມືລະຫວ່າງ ສອງປະເທດກ່ວາອີກ.

        ເນື່ອງໃນໂອກາດນີ້, ການນຳລັດເຊຍ, ສິງກະໂປ ແລະ ໄທ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງການນຳຂັ້ນສູງ ຫວຽດນາມ ເຊັນດຽວກັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ