ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດ ລາວ ເນື່ອງໃນໂອກາດບຸນປີໃໝ່ ລາວ

(VOVWORLD) - ດ້ວຍບົດບາດເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ລາວ ຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນ
ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດ ລາວ ເນື່ອງໃນໂອກາດບຸນປີໃໝ່ ລາວ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ອວຍພອນປີໃໝ່ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ 

ເນື່ອງໃນໂອກາດບຸນປີໃໝ່ ລາວ ຈະດຳເນີນຢ່າງເປັນທາງການໃນລະຫວ່າງວັນທີ 14 – 16 ເມສາ ຈະມາເຖິງ. ໂດຍໄດ້ຮັບການມອບສິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ວັນທີ 11 ເມສາ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ສົ່ງກະເຊົ່າດອກໄມ້ ແລະ ຄຳອວຍພອນປີໃຫມ່ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ ກໍ່ໄດ້ສົ່ງຄຳຂອບໃຈພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ສຸດອົກສຸດໃຈ ແລະ ພິເສດແມ່ນການຊ່ວຍກໍ່ສ້າງສຳນັກງານສະພາແຫ່ງຊາດຫລັງໃໝ່ໃຫ້ແກ່ລາວ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບ໊າຮຸ່ງ ຢືນຢັນວ່າ: ດ້ວຍບົດບາດເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ລາວ ຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນ ໃນການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ພັກ, 2 ລັດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ