ການນຳພັກ, ລັດ ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈິມິນ

ການນຳພັກ, ລັດ ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈິມິນ - ảnh 1
ຄະນະ​ຜູ້​ແທນ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານເຂົ້າ​ຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ
ພາບ:TTXVN


(vovworld)-  ຕອ​ນ​ເຊົ້າ​ວັນ​ທີ 6/2 ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ປີ​ໃຫມ່​ມະ​ເສ​ງ 2013, ຄະນະ​ຜູ້​ແທນ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ, ວາງ​ພວງມາລາ ​ແລະ ອາ​ໄລ​ຫາ​ບັນດາ​ນັກວິລະ​ຊົນ​ເສຍສະຫລະ​ຊີວິດ​ເພື່ອຊາດຢູ່ ອະນຸສາ​ວາລີ​ບັນດາ​ນັກ​ວິລະ​ຊົນ​ເສຍສະຫລະ​ຊີ​ວິດ​ເພື່ອ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ອາ​ໄລ​ຫາ ລວມມີ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ອະດີດ​ການ​ນຳ​ພັກ, ລັດ, ນັກ​ປະຕິວັດ​ອະ​ວຸ​ໂສ ​ແລະ ການ​ນຳ​ກະຊວງ, ຂະ​ແຫນງ​ການ​ຈຳນວນ​ຫນຶ່ງ.

 

ຂ່າວ/ບົດ​ອື່ນ