ການ​ນຳ​ພັກ,ລັດ​ຖະ​ບານຕ້ອນຮັບຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດ

(VOVWORLD) - ໄລຍະຈະມາເຖິງ, 2 ປະເທດຕ້ອງສືບຕໍ່ຜັນຂະຫຍາຍສັນຍາແມ່ກ່ຽວກັບການເຊື່ອມຕໍ່ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ
 
ການ​ນຳ​ພັກ,ລັດ​ຖະ​ບານຕ້ອນຮັບຄະນະຜູ້ແທນຂັ້ນສູງພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດ - ảnh 1

ການພົບປະລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 29 ມິຖຸນາ, ທີ່ການຕ້ອນຮັບທ່ານ Khaw Boon Wan, ປະທານພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດ, ລັດຖະມົນຕີ ຜູ້ປະສານງານພື້ນຖານໂຄງລ່າງ, ລັດຖະມົນຕີກະຊວງຄົມມະນາຄົມ ສິງກະໂປ ພວມຢ້ຽມຢາມຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງການຮ່ວມມືໃນບັນດາຂົງເຂດເສດຖະກິດ ການຄ້າ ການລົງທຶນລະຫວ່າງສອງຝ່າຍ ເປັນຕົ້ນພາຍຫລັງສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ສະເຫນີໃຫ້ສອງປະເທດສືບຕໍ່ນຳການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກກໍຄືສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ເປັນຕົ້ນ ແມ່ນ ອາຊຽນ , APEC  ແລະ ສະຫະປະຊາຊາດ. ທ່ານ Khaw Boon Wan ຢືນຢັນຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການຮ່ວມມືຫລາຍດ້ານກັບຫວຽດນາມກວ່າອີກ, ມານະພະຍາຍາມຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ ສິງກະໂປ ແລະຫວຽດນາມ, ພ້ອມແລ້ວຈະແລກປ່ຽນບົດຮຽນກັບພັກ, ລັດຫວຽດນາມໃນບັນດາຂົງເຂດການຊີ້ນຳ, ການຄຸ້ມຄອງ, ພັດທະນາເສດຖະກິດ,ສັງຄົມ ແລະ ການຮ່ວມມືກັບຫວຽດນາມ ເປັນຢ່າງດີ ໃນການຈັດຕັ້ງກອງປະຊຸມ APEC ສຳເລັດຜົນ ກໍ່ຄືຜັນຂະຫຍາຍການເຄື່ອນໄຫວຂອງປະຊາຄົມອາຊຽນທີ່ບັນດາເວທີປາໄສຫລາຍຝ່າຍພາກພື້ນ ແລະ ສາກົນ.

ຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານ Khaw Boon Wan, ປະທານພັກເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ກຳອຳນາດ (PAP), ລັດຖະມົນຕີຜູ້ປະສານງານພື້ນຖານໂຄງລ່າງ, ລັດຖະມົນຕີຄົມມະນາຄົມ ສິງກະໂປ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີວ່າ: ໄລຍະຈະມາເຖິງ, 2 ປະເທດຕ້ອງສືບຕໍ່ຜັນຂະຫຍາຍສັນຍາແມ່ກ່ຽວກັບການເຊື່ອມຕໍ່ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງເພີ່ມເຕີມຂອງ 2 ພື້ນຖານເສດຖະກິດ. ຫວຽດນາມ ຫວັງວ່າ: ສິງກະໂປ ສືບຕໍ່ແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມຕະຫຼາດໂລກ ແລະ ບັນດາລະບົບສະໜອງທົ່ວໂລກ ກໍ່ຄືເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດຈຳເປັນຢູ່ ຫວຽດນາມ ຄືກໍ່ສ້າງພື້ນຖານໂຄງລ່າງ, ສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ