ທ່ານ ຟ້າມມີງຈິງ, ຫົວຫນ້າຄະນະຈັດຕັ້ງສູນກາງມອບຂອງຂວັນໃຫ້
ພະນັກງານ, ນັກຮົບ
|
(vovworld)- ວັນທີ 22/1, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງໂດຍ ທ່ານ ຟ້າມມີງຈິງ, ຫົວຫນ້າຄະນະຈັດຕັ້ງສູນກາງ ນຳຫນ້າ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາຫົວຫນ່ວຍກຳລັງປະກອບອາວຸດ, ຄອບຄົວໃນເປົ້າໝາຍນະໂຍບາຍ, ແມ່ຫວຽດນາມ ວິລະຊົນຢູ່ບໍລິເວນແຂວງ ກວ໋າງນາມ. ເນື່ອງໃນໂອກາດປີໃຫມ່ປີລະກາ 2017, ທ່ານ ຟ້າມມີງຈີງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ນັກຮົບຂອງບັນດາຫົວຫນ່ວຍກຳລັງປະກອບອາວຸດຂຶ້ນກັບກອງບັນຊາການທະຫານແຂວງ ກວ໋າງນາມ ແລະ ໄປຖະຫວາຍທູບທຽນອະນຸສາວາລີແມ່ຫວຽດນາມ ວິລະຊົນ, ມອບຂອງຂວັນໃຫ້ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ ແລະ ໄປຢ້ຽມຢາມແມ່ຫວຽດນາມ ວິລະຊົນຢູ່ນະຄອນ ຕາມກີ.
ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ, ຫົວຫນ້າໂຄສະນາສຶກສາສູນກາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດປີລະກາ 2017 ບັນດາຄອບຄົວຂອງພະນັກງານໂຄສະນາສຶກສາ, ຄອບຄົວບັນດານັກດົນຕີ ຢູ່ ແຂວງດົງນາຍ ແລະ ນະຄອນໂຮ່ຈິມີງ.