( vovworld ) - ຕອນບ່າຍວັນທີ 26/3, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 26 – 30/3, ຄະນະຜູ້ແທນສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ Trieu Thi Nai ປະທານສະພາຊົນເຜົ່ານຳໜ້າໄດ້ຮັບການຕ້ອນຮັບຈາກທ່ານຮອງປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະ ທ່ານປະທານແນວລາວສ້າງຊາດ ພັນດວງຈິດວົງສາ. ບັນດາການນຳຂອງລາວ ໄດ້ຊົມເຊີຍການຢ້ຽມຢາມຂອງຄະນະຜູ້ແທນ ແລະ ຢືນຢັນຖືວຽກງານຊົນເຜົ່າເປັນສຳຄັນ, ປາດຖະໜາວ່າສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຍິ່ງກ່ວາອີກ ເພື່ອແນໃສ່ຍົກສູງວຽກງານຊົນເຜົ່າ - ສາສະໜາ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕໍ່ສູ້ກັບກຳລັງປໍລະປັກຫວັງມ້າງເພທຳລາຍຄວາມສາມັກຄີແຫ່ງຊາດ, ບັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.