ການນຳແຂວງອານຢາງຢ້ຽມຢາມ,ອວຍພອນວັນເກີດພະຄາດີນັນພຸດທະສາສະໜາຮ່ວາຫາວ

ການນຳແຂວງອານຢາງຢ້ຽມຢາມ,ອວຍພອນວັນເກີດພະຄາດີນັນພຸດທະສາສະໜາຮ່ວາຫາວ - ảnh 1
ການນຳແຂວງອານຢາງຢ້ຽມຢາມ, ອວຍພອນວັນເກີດ
ພະຄາດີນັນພຸດທະສາສະໜາຮ່ວາຫາວ
(ພາບ: baoangiang)

(vovworld) –​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 96 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີິດ​ພະ​ຄາ​ດີ​ນັນ ພຸດ​ທະ​ສາ​ສະ​ໜາ​ຮ່​ວາ​ຫາວ ດຶກ​ຮ​ວີ່​ນ, ໃນ​ລະ​ຫວ່າ​ງວັນ​ທີ 31/12/2015 – 02/01/2016, ບັນ​ດາ​ຜູ້​ແທນ​ທີ່​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ອານ​ຢາງ ໄດ້​ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ ແລະ ອວຍ​ພອນ​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຮ່​ວາ​ຫາວ, ຄະ​ນະ​ຜູ້​ຕາງ​ໜ້າ​ພຸດ​ທະ​ສາ​ສະ​ໜາ​ຮ່​ວາ​ຫາວ ແຂວງ​ອາ​ຢາງ ແລະ ບຸກ​ຄົນ​ທີ່​ດີ​ເດັ່ນ. ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ​ອາ​ຢາງ ປາດ​ຖະ​ໜາ​ວ່າ, ບັນ​ດາ​ຜູ​້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ ແລະ ສາ​ສະ​ນິ​ກະ​ຊົນ​ພຸດ​ທະ​ສາ​ສະ​ໜາ​ຮ່​ວາ​ຫາວ ທັງ​ໝົດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ, ສືບ​ຕໍ່​ການ​ເຄື່ອນ​ໄຫວ​ກຸ​ສົນ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2015, ຮັກ​ສາ​ສະ​ຖຽນ​ລະ​ພາບ, ຄວາມ​ເປັນ​ລະບ​ຽບ​ຮຽບ​ຮ້ອຍ, ຄວາມ​ສະ​ຫງົບ​ປອ​ດ​ໄພ​ໃນ​ສັງ​ຄົມ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປະ​ກອບ​ສ່ວນກໍ່​ສ້າງ​ຊົນ​ນະ​ຍົດ​ໃໝ່​ຢູ່​ແຂວງ​ອາ​ຢາງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ນ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຂວງ.

ຂ່າວ/ບົດ​ອື່ນ