ການບຸກໂຈມຕີກໍການຮ້າຍຢູ່ ປາກິດສະຖານ, ເຮັດໃຫ້ 15 ຄົນເສຍຊີວິດ

(VOVWORLD) - ກຸ່ມທະຫານກະບົດແຍກຕົວ Majeed ຂອງ “ກອງທັບປົດປ່ອຍ Balochistan” (BLA), ເຊິ່ງເປັນອົງການ ຖືກ ປາກິດສະຖານ ຈັດຢູ່ນອກກົດໝາຍ, ໄດ້ກ່າວຮັບຜິດຊອບກ່ຽວກັບບັນດາເຫດບຸກໂຈມຕີນີ້. ນີ້ແມ່ນການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຂອງກຸ່ມທະຫານກະບົດໃນປີນີ້.
 

ວັນທີ 30 ມັງກອນ, ບັນດາພາກສ່ວນກໍ່ການຮ້າຍທີ່ໄດ້ປະກອບອາວຸດໜັກໄດ້ດຳເນີນການບຸກໂຈມຕີ 3 ຄັ້ງຢ່າງລຽນຕິດ ເພື່ອແນໃສ່ຄຸກແຫ່ງໜຶ່ງໃນແຂວງ Balochistan, ທາງທິດຕາເວັນຕົກຂອງ ປາກິດສະຖານ, ເຮັດໃຫ້ພາລະກອນປະຕິບັດກົດໝາຍ 4 ຄົນ ແລະ ສາມັນຊົນ 2 ຄົນເສຍຊີວິດ. ກຳລັງປ້ອງກັນຄວາມໝັ້ນຄົງ ປາກິດສະຖານ ກໍ່ໄດ້ດັບສູນ 9 ພາກສ່ວນກໍ່ການຮ້າຍໃນການບຸກໂຈມຕີນີ້. ຕາມແຫຼ່ງຂ່າວຈາກ ອົງການ ISPR, ເຊິ່ງເປັນອົງການສື່ສານຂອງ ກອງທັບ ປາກິດສະຖານ ແລ້ວ, ບັນດາເປົ້າໝາຍກໍ່ການຮ້າຍ, ໃນນັ້ນມີບັນດາພາກສ່ວນລະເບີດສະຫຼະຊີບໄດ້ບຸກໂຈມຕີ ແລະ ຍິງ rocket 15 ລູກເຂົ້າຄຸກທີ່ພວມກັກຂັງຫຼາຍພາກສ່ວນລຸກຮື້ຂຶ້ນ ແລະ ນັກໂທດ. ອົງການປະຕິບັດກົດໝາຍ ປາກິດສະຖານ ໄດ້ແຊກແຊງ, ດັບສູນ ແລະ ຈັບຕົວບາງເປົ້າໝາຍກໍ່ການຮ້າຍທີ່ພວມພະຍາຍາມແຊກເຂົ້າຄຸກ.

        ກຸ່ມທະຫານກະບົດແຍກຕົວ Majeed ຂອງ “ກອງທັບປົດປ່ອຍ Balochistan” (BLA), ເຊິ່ງເປັນອົງການ ຖືກ ປາກິດສະຖານ ຈັດຢູ່ນອກກົດໝາຍ, ໄດ້ກ່າວຮັບຜິດຊອບກ່ຽວກັບບັນດາເຫດບຸກໂຈມຕີນີ້. ນີ້ແມ່ນການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຂອງກຸ່ມທະຫານກະບົດໃນປີນີ້. ບັນດາການບຸກໂຈມຕີໄດ້ຮັບຖືວ່າເພື່ອໂຕ້ຕອບກັບການບຸກໂຈມຕີທາງອາກາດຂອງ ປາກິດສະຖານ ທີ່ແນໃສ່ບ່ອນລີ້ຊ້ອນຂອງທະຫານລຸກຮື້ຂຶ້ນຢູ່ ອີຣານ ໃນຕົ້ນເດືອນ ມັງກອນ ປີ 2024 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ