ການບິງປືນທີ່ພິທີເດີນຂະບວນ ຢູ່ອາເມລິກາ
ຕຳຫຼວດປິດລ້ອມສະຖານທີ່ເກິດເຫດ
(ພາບ:AP)
(vovworld)- ໃນເຫດການຍຶງປືນເກີດຂຶ້ນເມື່ອຮຸ່ງເຊົ້າວັນທີ 13/5 (ຕາມເວລາຫວຽດນາມ) ທີ່ພິທີເດີນຂະບວນຢູ່ນະຄອນ New Orleans ທາງພາກໃຕ້ອາເມລິກາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 17 ຄົນຖືກບາດເຈັບ. ຜູ້ປະສົບເຄາະຮ້າຍລ້ວນແຕ່ແມ່ນຜູ້ເຂົ້າຮ່ວມພິທີເດີນຂະບວນຕາມຖະໜົນໃນໂອກາດວັນຂອງແມ່, ໃນນັ້ນມີເດັກຍິງຄົນໜຶ່ງອາຍຸ 10 ປີ. ເຂົ້າຮ່ວມພິທີເດີນຂະບວນດັ່ງກ່າວມີປະມານ 300-400 ຄົນ. ເຈົ້າໜ້າທີ່ຕຳຫຼວດທ່ານໜຶ່ງໃຫ້ຮູ້ວ່າ: ມີເປົ້າໝາຍ 3 ຄົນຖືກສົງໄສວ່າໄດ້ກ່ຽວຂ້ອງເຖິງເຫດຍິງປືນດັ່ງກ່າວ ແລະ ກຳລັງປ້ອງກັນຄວາມສະຫງົບພວມຕັ້ງໜ້າດຳເນີນການສືບສວນ ແລະ ຕາມລ່າຜູ້ຖືກລະແວງສົງໄສ.