ການປະກວດລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 16 ປີ 2021 ສ່ອງແສງຮູບພາບປະເທດຊາດຢ່າງມີຊີວິດຊີວາທີ່ສຸດ

(VOVWORLD) - ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 16 ປີ 2021 ຈະໄດ້ຈັດຕັ້ງໃນຕອນຄ່ຳວັນທີ 21 ມິຖຸນາ ຢູ່ຫໍວັດທະນະທຳ ຫິວງີ້ (ມິດຕະພາບ) ຮ່າໂນ້ຍ
ການປະກວດລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 16 ປີ 2021 ສ່ອງແສງຮູບພາບປະເທດຊາດຢ່າງມີຊີວິດຊີວາທີ່ສຸດ - ảnh 1ທ່ານ ຫງວຽນດຶກເລີ້ຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວ
(ພາບ:Minh Quyết/TTXVN)

ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 16 ປີ 2021 ຈະໄດ້ຈັດຕັ້ງໃນຕອນຄ່ຳວັນທີ 21 ມິຖຸນາ ຢູ່ຫໍວັດທະນະທຳ ຫິວງີ້ (ມິດຕະພາບ) ຮ່າໂນ້ຍ. ນີ້ແມ່ນແຫຼ່ງຂ່າວໂດຍສະມາຄົມນັກຂ່າວ ຫວຽດນາມ ແຈ້ງໃຫ້ຮູ້ທີ່ການຖະແຫຼງຂ່າວໃນວັນທີ 17 ມິຖຸນາ ທີ່ຮ່າໂນ້ຍ.

        ການປະກວດລາງວັນສື່ມວນຊົນແຫ່ງຊາດປີ 2021 ມີບົດປະພັນສົ່ງເຂົ້າມາປະກວດເກືອບ 2.000 ບົດ, ໃນນັ້ນມີ 152 ບົດໄດ້ເຂົ້າຮອບຄັດເລືອກສຸດທ້າຍ. ສະພາກຳມະການໄດ້ປ່ອນບັດ, ຄັດເລືອກໄດ້: ລາງວັນ A 10 ລາງວັນ, ລາງວັນ B 22 ລາງວັນ, ລາງວັນ C 48 ລາງວັນ, ລາງວັນຊົມເຊີຍ 35 ລາງວັນ. ທ່ານ ຫງວຽນດຶກເລີ້ຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ, ໃຫ້ຮູ້ວ່າ:

        “ຜະລິດຕະພັນເຂົ້າຮ່ວມການເສັງປະກວດໃນຄັ້ງນີ້ມີຫຼາຍບົດໄດ້ເວົ້າເຖິງຫົວຂໍ້ກ່ຽວກັບໂລກລະບາດໂຄວິດ - 19. ນອກຈາກນັ້ນ, ພວກເຮົາກໍ່ມີຫົວຂໍ້ສຳຄັນທີ່ສຸດນັ້ນແມ່ນ ຄວາມມານະພະຍາຍາມຟື້ນຟູ, ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດ, ພິເສດແມ່ນໃນຊຸມເດືອນທ້າຍປີ 2021”

ຕອບກັບ

ຂ່າວ/ບົດ​ອື່ນ