ການປະຊຸມຂ່າວ ນັດສາມັນເດືອນ 11 ຂອງລັດຖະບານ

ການປະຊຸມຂ່າວ ນັດສາມັນເດືອນ 11 ຂອງລັດຖະບານ - ảnh 1
ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽນາມ ວູ້ດຶກ​ດາມ ຕອບ​ສຳ​ພາດ​ນັກ​ຂ່າວ ( ພາບ: baodientuchinhphu)


Vovworld- ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ​​ເດືອນ 11 ຂອງ​ລັດຖະບານ​ເມື​່ອວັນ​ທີ 29/11, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽນາມ ວູ້ດຶກ​ດາມ ​ໄດ້​ລາຍ​ງານ​ສະພາບ​​ເສດຖະກິດ​ສັງຄົມ​ເດືອນ 11 ​ແລະ 11 ​ເດືອນ​ຕົ້ນ​ປີ.

     ຕອບ​ສຳ​ພາດ​ນັກ​ຂ່າວ​ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່ ​ແຂວງ​ດົງ​ນາຍ ​ແລະ  ເຂື່ອນ​ໄຟຟ້າ​ນ້ຳຕົກຊົງ​ແຈງ​ເລກ 2, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽນາມ ວູ້ດຶກ​ດາມ ຢືນຢັນ​ວ່າ : ຍາມ​ໃດ, ລັດຖະບານ​ກໍ​ມີ​ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ບັນດາ​ໂຄງການເຂື່ອນ​ໄຟຟ້າ​ນ້ຳຕົກ ​ແມ່ນ​ຕ້ອງ​ຖື​ຄວາມ​ປອດ​ໄພ​ກ່ຽວ​ກັບ​ຊີວິດ​ອີນຊີ, ຊັບ​ສິນ, ປະສິດທິ​ຜົນ​ດ້ານ​ເສດຖະກິດ, ສັງຄົມ​ເໜືອ​ກ່ວາ​ສິ່ງ​ໃດ​ໝົດ. ກ່ຽວ​ກັບ​ໂຄງການເຂື່ອນ​ໄຟຟ້າ​ນ້ຳຕົກຊົງ​ແຈງ​ເລກ 2, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽນາມ ວູ້ດຶກ​ດາມ ​ໃຫ້​ຮູ້​ວ່າ :

    “ເຂື່ອນ​ໄຟຟ້າ​ນ້ຳຕົກນັ້ນ ​ໃຫ້​ຜົນ​ການ​ຂຸດ​ຄົ້ນ​ຄື​ແນວ​ໃດ, ສາມາດ​ສະ​ສົມ​ນ້ຳ​ເຖິງ​ລະດົບສູງ​ສຸດ​ຫຼື​ພຽງ​ແຕ່​ຮອດ​ລະດັບ​ນ້ຳ​ລົ້ນ, ຄວນ​ອີງ​ໃສ່ ​ແລະ ຕີ​ລາຄາ​ໂດຍ​ພາວະ​ວິ​ໄສ. ​ເຖິງ​ວ່າ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຕີ​ລາຄາ​ວ່າ ມີ​ຄວາມ​ປອດ​ໄພ​ກໍ​ຕາມ, ​ແຕ່​ນາຍົກລັດຖະມົນຕີຍັງຄົງສະ​ເໜີ​ເລືອກ​ເອົາ​ທີ່​ປຶກສາ​ສາກົນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ມາ​ຊ່ວຍ​ຕີ​ລາຄາ​ຄືນ. ອີງ​ໃສ່​ພື້ນຖານ​ການ​ຕີ​ລາ​ຄາ, ຈະ​ໄປ​ເຖິງ​ຂໍ້​ສະຫຼຸບ​ສຸດ​ທ້າຍ ”

 

ຂ່າວ/ບົດ​ອື່ນ