ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ: ອິດ​ສະ​ລາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຸດ​ຍິງ​ກັບ Hamas

(VOVWORLD) -ໃນວັນດຽວກັນ, ທຳນຽບຂາວກໍ່ໄດ້ສະແດງຄວາມປະເອີບໃຈ ຕໍ່ຄວາມເປັນໄປໄດ້ທີ່ຈະມີຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ກຳລັງ Hamas ພາຍຫຼັງການປະທະກັນທີ່ມີຄວາມເຄັ່ງຕຶງປິນຂັ້ນໄດມາເປັນເວລາ 1 ອາທິດຢູ່ເຂດ Gaza.
ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ: ອິດ​ສະ​ລາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຸດ​ຍິງ​ກັບ Hamas - ảnh 1ສະຖານທີ່ເກີດຂຶ້ນການບຸກໂຈມຕີດ້ວຍລູກສອນໄຟ ຢູ່ອິດສະລາແອັນ (ພາບ: AP/Sebastian Scheiner)

ຕອນຄ່ຳວັນທີ 20 ພຶດສະພາ (ຕາມເວລາ ທ້ອງຖິ່ນ) ຄະນະລັດຖະບານ ອິດສະລາແອັນ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຄຳສັ່ງຢຸດຍິງແບບພຽງລຳພັງຝ່າຍດຽວ ຢູ່ ເຂດ Gaza. ປັດຈຸບັນ ຍັງບໍ່ທັນຮູ້ເວລາທີ່ມີຜົນສັກສິດ ຂອງຄຳສັ່ງຢຸດຍິງຈາກຝ່າຍ ອິດສະລາແອັນ ແຕ່ຕາມຊ່ອງໂທລະພາບ Channel 12 ແລ້ວ ເວລາດັ່ງກ່າວອາດຈະເລີ່ມຕົ້ນແຕ່ ເວລາ 2 ໂມງ 00 ນາທີຂອງວັນທີ 21 ພຶດສະພາ.

ຂໍ້ມູນດັ່ງກ່າວໄດ້ຍົກອອກມາພາຍຫຼັງກອງປະຊຸມຄະນະລັດຖະບານປ້ອງກັນຄວາມໝັ້ນຄົງໂດຍທ່ານ ນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈັດຂຶ້ນ, ໃນສະພາບການປະທະກັນປະກອບອາວຸດ ລະຫວ່າງກອງທັບ ອິດສະລາແອັນ ແລະ ຂະບວນການ Hamas ຂອງ ປາແລັດສະຕິນ ທີ່ແກ່ຍາວຮອດມື້ທີ 11 ແລະ ມີສັນຍານທີ່ຕັ້ງໜ້າຫຼາຍຢ່າງກ່ຽວກັບເລື່ອງສອງຝ່າຍຈະຢຸດຍິງ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ທຳນຽບຂາວກໍ່ໄດ້ສະແດງຄວາມປະເອີບໃຈ ຕໍ່ຄວາມເປັນໄປໄດ້ທີ່ຈະມີຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ກຳລັງ Hamas ພາຍຫຼັງການປະທະກັນທີ່ມີຄວາມເຄັ່ງຕຶງປິນຂັ້ນໄດມາເປັນເວລາ 1 ອາທິດຢູ່ເຂດ Gaza.

ຕອບກັບ

ຂ່າວ/ບົດ​ອື່ນ