ການປະທະກັນ ຮາມາດ - ອິດສະຣາແອນ: ອີຢິບ ແລະ ຝລັ່ງ ຮຽກຮ້ອງການສະກັດກັ້ນການປະທະກັນຢູ່ເຂດ ກາຊາ ປິນຂັ້ນໄດ

(VOVWORLD) - ຕາມທ່ານປະທານາທິບໍດີ ອີຢິບ ແລ້ວ, ມາຮອດຈຸດເວລານີ້, ການປະທະກັນຢູ່ເຂດ ກາຊາ ໄດ້ເຮັດໃຫ້ຊາວ ປາແລດສະຕິນ ກ່ວາ 6.000 ຄົນເສຍຊີວິດ
ການປະທະກັນ ຮາມາດ - ອິດສະຣາແອນ: ອີຢິບ ແລະ ຝລັ່ງ ຮຽກຮ້ອງການສະກັດກັ້ນການປະທະກັນຢູ່ເຂດ ກາຊາ ປິນຂັ້ນໄດ - ảnh 1ສະພາບການປະທະກັນ ຢູເຂດກາຊາ (ພາບ:THX/TTXVN)

ວັນທີ 25 ຕຸລາ, ກ່າວຄຳເຫັນໃນການປະຊຸມຂ່າວ, ຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ລ້ວນແຕ່ຮຽກຮ້ອງປະຊາຄົມສາກົນຕ້ອງສະກັດກັ້ນການປະທະກັນຢູ່ເຂດ ກາຊາ ທີ່ໃນປະຈຸບັນພວມເພີ່ມຂຶ້ນ. ຕາມທ່ານປະທານາທິບໍດີ ອີຢິບ ແລ້ວ, ມາຮອດຈຸດເວລານີ້, ການປະທະກັນຢູ່ເຂດ ກາຊາ ໄດ້ເຮັດໃຫ້ຊາວ ປາແລດສະຕິນ ກ່ວາ 6.000 ຄົນເສຍຊີວິດ, ໃນນັ້ນ, ມີເຄິ່ງໜຶ່ງແມ່ນເດັກນ້ອຍ. ການນຳ ອີຢິບ ຖືວ່າ ທຸກໆຄວາມມານະພະຍາຍາມໃນປະຈຸບັນພວມສຸມໃສ່ເລື່ອງສະກັດກັ້ນສະພາບການປະທະກັນປີນຂັ້ນໄດຢູ່ເຂດ ກາຊາ, ພ້ອມທັງຢັ້ງຢືນຄືນໃໝ່ ເລື່ອງ ອີຢິບ ບໍ່ອະນຸຍາດໃຫ້ຊາວ ປາແລດສະຕິນ ອົບພະຍົບອອກຈາກເຂດ ກາຊາ ໄປຍັງ ອີຢິບ.

        ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະກາດວ່າ: ມີກ່ຳປັ່ນ ທະຫານເຮືອລຳໜຶ່ງຂອງ ຝລັ່ງ ຈະໄດ້ສົ້ງໄປເພື່ອໜູນຊ່ວຍບັນດາໂຮງໝໍຢູ່ເຂດ ກາຊາ ແລະ ເຮືອບິນລຳໜຶ່ງໄປຍັງ ອີຢິບ ໃນວັນທີ 26 ຕຸລາ ເພື່ອນຳອຸປະກອນການແພດພື້ນຖານໄປໃຫ້ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ