ການ​ປະ​ທະ​ກັນ​ ຮາ​ມາດ - ອິ​ດ​ສະ​ລາ​ແອັນ: ຮາ​ມາດ ​ຢັ້ງ​ຢືນ​ຄືນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ

(VOVWORLD) - ທ່ານ Ismail Haniyeh ໄດ້ເນັ້ນໜັກເຖິງບັນດາຄວາມຮຽກຮ້ອງຕ້ອງການຂອງ ຮາມາດ ລວມມີ: ຢຸດຕິການປະທະກັນ, ອິດສະລາແອັນ ຖອນກຳລັງທະຫານຕັ້ງຖິ່ນຖານຢູ່ເຂດ ກາຊາ, ຍົກເລີກການປິດລ້ອມ, ພ້ອມທັງຜູ້ອົບພະຍົບລີ້ໄພຕ້ອງໄດ້ຮັບການສະໜອງສະຖານທີ່ພັກອາໄສທີ່ປອດໄພ.
ການ​ປະ​ທະ​ກັນ​ ຮາ​ມາດ - ອິ​ດ​ສະ​ລາ​ແອັນ: ຮາ​ມາດ ​ຢັ້ງ​ຢືນ​ຄືນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ - ảnh 1ພາບປະກອບ: TTXVN

ວັນທີ 17 ກຸມພາ, ທ່ານ Ismail Haniyeh, ຜູ້ນຳຂະບວນການອິດສະລາມ ຮາມາດ ໄດ້ຢັ້ງຢືນຄືນໃໝ່ຄວາມຮຽກຮ້ອງຕ້ອງການຂອງກຳລັງນີ້ ກ່ຽວກັບຄຳສັ່ງຢຸດຍິງຢ່າງສິ້ນເຊິ່ງຢູ່ເຂດ ກາຊາ. ໃນຖະແຫຼງການ, ທ່ານ Ismail Haniyeh ໄດ້ເນັ້ນໜັກເຖິງບັນດາຄວາມຮຽກຮ້ອງຕ້ອງການຂອງ ຮາມາດ ລວມມີ: ຢຸດຕິການປະທະກັນ, ອິດສະລາແອັນ ຖອນກຳລັງທະຫານຕັ້ງຖິ່ນຖານຢູ່ເຂດ ກາຊາ, ຍົກເລີກການປິດລ້ອມ, ພ້ອມທັງຜູ້ອົບພະຍົບລີ້ໄພຕ້ອງໄດ້ຮັບການສະໜອງສະຖານທີ່ພັກອາໄສທີ່ປອດໄພ.

ຜູ້ນຳ ຮາມາດ ໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງທ່ານ Joe Biden ປະທານາທິບໍດີ ອາເມລິກາ ຮຽກຮ້ອງຄຳສັ່ງຢຸດຍິງຊົ່ວຄາວ ໃນວັນທີ 16 ກຸມພາ ເພື່ອໃຫ້ຕົວປະກັນຢູ່ເຂດ ກາຊາ ເດີນທາງອອກຈາກເຂດນີ້ ຕາມຂໍ້ຕົກລົງແລກປ່ຽນນັກໂທດຖືກກັກຕົວລະຫວ່າງ ຮາມາດ ແລະ ອິດສະລາແອັນ.

ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຍົກໃຫ້ເຫັນລັກສະນະຮີບດ່ວນຂອງເລື່ອກງສ້າງຕັ້ງລັດ ປາແລັດສະຕິນ ແລະ ຖືວ່າ ສິ່ງນີ້ຈະຊ່ວຍຮັບປະກັນຄວາມໝັ້ນຄົງ ໃຫ້ແກ່ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ