ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: RSF ຕົກ​ລົ​ງ​ເຫັນ​ດີ​ກັບ​ຄຳ​ສັ່ງ​ຢຸດ​ຍິງ ທີ່ແກ່ຍາວໃນ​ເວ​ລາ 24 ຊົ່ວ​ໂມງ

(VOVWORLD) -ກຳລັງ RSF ຢັ້ງຢືນວ່າ ຈະປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງຢຸດຍິງຢ່າງຄົບຖ້ວນຮອບດ້ານ ພ້ອມທັງຫວັງວ່າ ຝ່າຍກອງທັບ ຈະປະຕິບັດຄຳສັ່ງຢຸດຍິງຕາມເວລາທີ່ໄດ້ແຈ້ງມານັ້ນ.
ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: RSF ຕົກ​ລົ​ງ​ເຫັນ​ດີ​ກັບ​ຄຳ​ສັ່ງ​ຢຸດ​ຍິງ ທີ່ແກ່ຍາວໃນ​ເວ​ລາ 24 ຊົ່ວ​ໂມງ - ảnh 1ນະຄອນຫຼວງ Khartoum ໃນວັນທີ 16/4/2023 ພາຍຫຼັງການປະທະກັນລະຫວ່າງ 2 ກຳລັງ  (ພາບ: AFP/TTXVN) 

ວັນທີ 19 ເມສາ, ກຳລັງໜູນຊ່ວຍໂດຍໄວ (RSF) ໄດ້ຕົກລົງເຫັນດີກັບຄຳສັ່ງຢຸດຍິງທີ່ແກ່ຍາວໃນເວລາ 24 ຊົ່ວໂມງ, ໂດຍເລີ່ມແຕ່ເວລາ 18 ໂມງຂອງ ວັນດຽວກັນ (ຕາມເວລາທ້ອງຖິ່ນ) ພາຍຫຼັງປະທະກັນກັບກອງທັບ ຊູດັງ ມາເປັນເວລາຫຼາຍມື້. ໃນແຈ້ງການສະບັບຫຼ້າສຸດ, ກຳລັງ RSF ຢັ້ງຢືນວ່າ ຈະປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງຢຸດຍິງຢ່າງຄົບຖ້ວນຮອບດ້ານ ພ້ອມທັງຫວັງວ່າ ຝ່າຍກອງທັບ ຈະປະຕິບັດຄຳສັ່ງຢຸດຍິງຕາມເວລາທີ່ໄດ້ແຈ້ງມານັ້ນ.

        ກ່ອນໜ້ານັ້ນ, ສອງຝ່າຍກໍໄດ້ແຈ້ງຄຳໝັ້ນສັນຍາປະຕິບັດຄຳສັ່ງຢຸດຍິງ ທີ່ແກ່ຍາວໃນເວລາ 24 ຊົ່ວໂມງ ເລີ່ມແຕ່ 18 ໂມງຂອງວັນທີ 18 ເມສາ ແຕ່ການປະທະກັນຍັງສືບຕໍ່ເກີດຂຶ້ນຢູ່ນະຄອນຫຼວງ Khartoum, ເຮັດໃຫ້ຂໍ້ຕົກລົງຢຸດຍິງມີຄວາມສ່ຽງຖືກທຳລາຍ.

        ການປະທະກັນລະຫວ່າງ ກຳລັງ RSF ກັບກຳລັງກອງທັບ ຊູດັງ ເກີດຂຶ້ນແຕ່ວັນທີ 15 ເມສາ ມາຮອດປັດຈຸບັນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 270 ຄົນ ແລະ ປະຊາຊົນນັບພັນຄົນ ຢູ່ນະຄອນຫຼວງ Khartoum ຕ້ອງຊອກຫາວິທີຍົກຍ້າຍໄປບ່ອນປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ