ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂຶ້ນເຖິງກ່ວາ 10.000 ຄົນ

(VOVWORLD) - ເພື່ອໂຕ້ຕອບຄືນ, ກອງພົນນ້ອຍ al – Qassam ຂອງ ຮາມາດ ດຳເນີນບັນດາການຍິງລູກສອນໄຟນັບສິບໆຄັ້ງເຂົ້າໃສ່ບັນດານະຄອນຢູ່ໃນເຂດດິນແດນ ອິດສະຣາແອນ ໂດຍແກ່ຍາວແຕ່ເຊົ້າຮອດຄ່ຳ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂຶ້ນເຖິງກ່ວາ 10.000 ຄົນ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 11 ຕຸລາ, ກອງທັບ ອິດສະຣາແອນ ສືບຕໍ່ເພີ່ມທະວີບັນດາການບຸກໂຈມຕີທາງອາກາດ ແລະ ຍິງປືນໃຫຍ່ເຂົ້າໃສ່ບັນດາເປົ້າໝາຍຢູ່ເຂດ ກາຊາ ຢ່າງດຸເດືອດ. ຕອນຄ່ຳວັນທີ 11 ຕຸລາ, ອົງການສາທາລະນະສຸກ ປາແລດສະຕິນ ປະກາດວ່າໄດ້ຮັບ “ຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫຼວງຫຼາຍ” ໃນບັນດາການບຸກໂຈມຕີຄັ້ງຫລ້າສຸດຂອງກອງທັບ ອິດສະຣາແອນ. ກ່ອນໜ້ານັ້ນ, ອົງການສາທາລະນະສຸກ ອິດສະຣາແອນ ໄດ້ຢັ້ງຢືນ: ຍອດຈຳນວນຜູ້ຮັບບາດເຈັບລົ້ມຕາຍໃນບັນດາການບຸກໂຈມຕີທາງອາກາດທີ່ແກ່ຍາວແຕ່ວັນທີ 7 ຕຸລາ ຂອງກອງທັບ ອິດສະຣາແອນ ເຂົ້າໃສ່ເຂດ ກາຊາ ເຊິ່ງເຮັດໃຫ້ຜູ້ເສຍຊີວິດຂຶ້ນເຖິງ 1.100 ກ່ວາຄົນ ແລະ ກ່ວາ 5.000 ຄົນຖືກບາດເຈັບ, ເປັນຕົ້ນແມ່ນສາມັນຊົນ.

        ເພື່ອໂຕ້ຕອບຄືນ, ກອງພົນນ້ອຍ al – Qassam ຂອງ ຮາມາດ ດຳເນີນບັນດາການຍິງລູກສອນໄຟນັບສິບໆຄັ້ງເຂົ້າໃສ່ບັນດານະຄອນຢູ່ໃນເຂດດິນແດນ ອິດສະຣາແອນ ໂດຍແກ່ຍາວແຕ່ເຊົ້າຮອດຄ່ຳ. ໂທລະພາບ Aljazeera ຢັ້ງຢືນວ່າ ບັນດາການບຸກໂຈມຕີເຮັດໃຫ້ສຽງແກແຈ້ງເຕືອນດັງຂຶ້ນຢູ່ນະຄອນ: Tel Aviv, Haifa, Ashkelon, Zekim, Asdoud ແລະ ເຂດອື່ນໆຈຳນວນໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນມີລາຍງານກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດໃນບັນດາການບຸກໂຈມຕີຂອງ ຮາມາດ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ຕຸລາ, ວົງການເຈົ້າໜ້າທີ່ ອິດສະຣາແອນ ຢັ້ງຢືນຈຳນວນຜູ້ເສຍຊີວິດໃນການບຸກໂຈມຕີທີ່ຮ້າຍແຮງຂອງ ຮາມາດ ເຂົ້າທາງທິດໃຕ້ຂອງປະເທດນີ້ໃນຕອນເຊົ້າວັນທີ 7 ຕຸລາ ໄດ້ເພີ່ມຂຶ້ນເປັນ 1.200 ຄົນ ແລະ 2.900 ຄົນຖືກບາດເຈັບ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອິຢິບ Sameh Shoukry ເປັນປະທານບັນດາການປຶກສາຫາລືກັບທ່ານ Philippe Lazzarini, ຜູ້ອຳນວຍການອົງການກູ້ໄພກູ້ຊີບ ແລະ ການກະທຳຂອງ ສປຊ ສຳລັບຊາວອົບພະຍົບ ປາແລດສະຕິນ. ກະຊວງການຕ່າງປະເທດ ອິຢິບ ປະກາດວ່າ ການປຶກສາຫາລືສຸມໃສ່ເຂົ້າວິທີການສະໜອງບັນດາມາດຕະການປ້ອງສາປະຊາຊົນ ແລະ ຮັບປະກັນຄວາມສາມາດເຂົ້າເຖິງກັບບັນດາການບໍລິການ ແລະ ໜູນຊ່ວຍທີ່ສົ່ງເຖິງເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ