ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອິດສະຣາແອນ ຖະແຫຼງຈະເພີ່ມກຳລັງກົດດັນຕໍ່ ຮາມາດ

(VOVWORLD) - ໃນບົດຄຳເຫັນໃນວີດີໂອຕອນໜຶ່ງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ນາບຂູ່ວ່າ ຈະມີການກະທຳ “ໃນຊຸມວັນຈະມາເຖິງ” ເຊິ່ງຈະບໍ່ໄດ້ຊີ້ແຈ້ງເວລາ ແລະ ສະຖານທີ່ເທື່ອ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອິດສະຣາແອນ ຖະແຫຼງຈະເພີ່ມກຳລັງກົດດັນຕໍ່ ຮາມາດ - ảnh 1ທະຫານບົກອິດສະຣາແອນ ດຳເນີນບັ້ນເຄື່ອນໄຫວການທະຫານຢູ່ເຂດ ກາຊາ ໃນວັນທີ 27/3/2024
(ພາບ:AFP/TTXVN)

ວັນທີ 21 ເມສາ, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ຖະແຫຼງຈະເພີ່ມກຳລັງກົດດັນຕໍ່ຂະບວນການອິດສະລາມ ຮາມາດ. ອິດສະຣາແອນ ຈະເພີ່ມທະວີການກະທຳດ້ານການທະຫານເພື່ອແນໃສ່ກຳລັງນີ້. ໃນບົດຄຳເຫັນໃນວີດີໂອຕອນໜຶ່ງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ນາບຂູ່ວ່າ ຈະມີການກະທຳ “ໃນຊຸມວັນຈະມາເຖິງ” ເຊິ່ງຈະບໍ່ໄດ້ຊີ້ແຈ້ງເວລາ ແລະ ສະຖານທີ່ເທື່ອ. ອິດສະຣາແອນ ຈະບຸກໂຈມຕີກຳລັງ ຮາມາດ ຢ່າງແຮງກ່ວາອີກ ແລະ ສິ່ງດັ່ງກ່າວຈະເກີດຂຶ້ນໃນໄວໆນີ້.

        ປະຈຸບັນ, ຝ່າຍຂະບວນການ ອິດສະລາມ ຮາມາດ ບໍ່ທັນໄດ້ຍົກອອກການວິເຄາະໃດໆກ່ຽວກັບຖະແຫຼງການຂອງການນຳ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ