ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: WFP ຢຸດ​ຕິຊົ່ວ​ຄາວ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​​ຢູ່​ເຂດ ກາ​ຊາ

(VOVWORLD) - ອົງການນີ້ ໄດ້ເຊື່ອມຕໍ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ເຂດກາຊາ ໃນວັນທີ 18 ກຸມພາ ຜ່ານມາ ພາຍຫຼັງທີ່ຖືກຢຸດສະຫງັກມາເປັນ 3 ອາທິດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ອົງການ WFP ຍັງປະສົບກັບຄວາມຫຍຸ້ງຍາກໃນການຈັດແບ່ງເຄື່ອງຊ່ວຍເຫຼືອ ຍ້ອນບັນຫາຄວາມເປັນລະບຽບຮຽບຮ້ອຍພົນລະເຮືອນຢູ່ເຂດດິນແດິນນີ້ຖືກແຕກສະຫຼາຍ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: WFP ຢຸດ​ຕິຊົ່ວ​ຄາວ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​​ຢູ່​ເຂດ ກາ​ຊາ - ảnh 1ເດັກໆລໍຖ້າຮັບເຄື່ອງຊ່ວຍເຫຼືອ ຢູ່ Rafah, ເຂດ Gaza, ວັນທີ  14/2/2024 (ພາບ: THX/TTXVN)

ວັນທີ 20 ກຸມພາ, ອົງການທັນຍາຫານໂລກ (WFP) ແຈ້ງໃຫ້ຊາບວ່າ ໄດ້ຢຸດຕິການຈັດແບ່ງເຄື່ອງຊ່ວຍເຫຼືອໄປຍັງພາກເໜືອເຂດ ກາຊາ ພາຍຫຼັງທີ່ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຂອງອົງການນີ້ປະເຊີນໜ້າກັບການປຸ້ນລະດົມ ແລະ ການປະທະກັນ. ແຈ້ງການຂອງອົງການ WFP ໄດ້ຊີ້ແຈ້ງວ່າ ອົງການນີ້ ໄດ້ເຊື່ອມຕໍ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ເຂດກາຊາ ໃນວັນທີ 18 ກຸມພາ ຜ່ານມາ ພາຍຫຼັງທີ່ຖືກຢຸດສະຫງັກມາເປັນ 3 ອາທິດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ອົງການ WFP ຍັງປະສົບກັບຄວາມຫຍຸ້ງຍາກໃນການຈັດແບ່ງເຄື່ອງຊ່ວຍເຫຼືອ ຍ້ອນບັນຫາຄວາມເປັນລະບຽບຮຽບຮ້ອຍພົນລະເຮືອນຢູ່ເຂດດິນແດິນນີ້ຖືກແຕກສະຫຼາຍ.

        ໃນວັນດຽວກັນ, ອົງການອະນາໄມໂລກ (WHO) ໄດ້ແຈ້ງໃຫ້ຊາບວ່າ ໄດ້ຍ້າຍຄົນເຈັບ 32 ຄົນ ອອກຈາກໂຮງໝໍ Nasser ຢູ່ທາງທິດໃຕ້ເຂດ ກາຊາ. ການກະທຳດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ກອງທັບ ອິດສະຣາແອັນ ໄດ້ດຳເນີນການປິດລ້ອມ ແລະ ກວດຄົ້ນໂຮງໝໍແຫ່ງນີ້. ອົງການ WHO ເນັ້ນໜັກວ່າ ສະພາບຊຸດໂຊມຂອງໂຮງໝໍແຫ່ງນີ້ ແມ່ນສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ລະບົບສາທາລະນະສຸກຂອງເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ