ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ກອງ​ທັບ ອິດ​ສະ​ຣາ​ແອັນ ປະ​ກາດ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວ​ຄາວ​ຢູ່ Rafah

(VOVWORLD) - ກອງທັບ ອິດສະຣາແອັນ ຈະຢຸດຕິສົງຄາມຊົ່ວຄາວ ເພື່ອຈຸດປະສົງມະນຸດສະທຳຢູ່ທາງທິດຕາເວັນຕົກ Rafah ໃນຊ່ວງເວລາແຕ່ 10 ໂມງ - 14 ໂມງ ຕາມເວລາທ້ອງ. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ກອງ​ທັບ ອິດ​ສະ​ຣາ​ແອັນ ປະ​ກາດ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວ​ຄາວ​ຢູ່ Rafah - ảnh 1ປະຊາຊົນຮັບອາຫານໜູນຊ່ວຍຢູ່ນະຄອນ Rafah, ເຂດ Gaza ໃນວັນທີ 19/11/2023 (ພາບ: THX/TTXVN)

ຕາມທ່ານ Avihai Edri ໂຄສົກກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ແລ້ວ, ວັນທີ 20 ພະຈິກ, IDF ໄດ້ປະກາດຄຳສັ່ງຢຸດຍິງຄັ້ງຕໍ່ໄປຢູ່ນະຄອນ Rafah, ທາງທິດໃຕ້ເຂດ ກາຊາ. ໃນສື່ສັງຄົມອອນໄລ X, ທ່ານ Edri ຊີ້ແຈ້ງວ່າ ກອງທັບ ອິດສະຣາແອັນ ຈະຢຸດຕິສົງຄາມຊົ່ວຄາວ ເພື່ອຈຸດປະສົງມະນຸດສະທຳຢູ່ທາງທິດຕາເວັນຕົກ Rafah ໃນຊ່ວງເວລາແຕ່ 10 ໂມງ - 14 ໂມງ ຕາມເວລາທ້ອງ. ກໍຕາມທ່ານ  Edri ແລ້ວ, ແລວມະນຸດສະທຳເພື່ອຍົກຍ້າຍສາມັນຊົນຈາກບັນດາເຂດ   Daraj-Tuffah, Jabalia ແລະ Shujaiya ຂອງນະຄອນ ກາຊາ ຈະເຄື່ອນໄຫວຮອດເວລາ 14 ໂມງ ຕາມເວລາທ້ອງຖິ່ນຖິ່ນ. ແລວມະນຸດສະທຳດັ່ງກ່າວ ແມ່ນເລີ່ມຈາກເສັ້ນທາງ Salah al – Din ຮອດພາກໃຕ້ເຂດກາຊາ.

        ປັດຈຸບັນ, ປະຊາຄົມສາກົນ ແລະ ອຳນາດການປົກຄອງ ອີຢິບ ພວມມານະພະຍາຍາມເພື່ອຈັດສົ່ງເຄື່ອງຂອງໜູນຊ່ວຍໄປຍັງກາຊາ ຕື່ມອີກຫຼາຍຖ້ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ