ການ​ປະ​ທະ​ກັນ​ລະ​ຫວ່າງ ຮ​າ​ມາດ​ສ - ອິດ​ສະ​ຣາ​ແອັນ: ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ຮຽກ​ຮ້ອງ ຮາ​ມາດ​ສ ຕົກ​ລົງ​ເຫັນ​ດີ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) - ວັນທີ 14 ກຸມພາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ຮຽກຮ້ອງຂະບວນການ ອິດສະລາມ ຮາມາດສ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ແນໃສ່ຫຼີກລ້ຽງກໍລະນີເກີດວິນາດຊະກຳສຳລັບສາມັນຊົນຢູ່ເຂດ ກາຊາ. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮ​າ​ມາດ​ສ - ອິດ​ສະ​ຣາ​ແອັນ: ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ຮຽກ​ຮ້ອງ ຮາ​ມາດ​ສ ຕົກ​ລົງ​ເຫັນ​ດີ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ຕຶກອາຄານຖືກພັງທະລາຍພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 12 ກຸມພາ 2024 (ພາບ:THX/TTXV)

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນສະພາບການເຈລະຈາຂໍ້ຕົກລົງຢຸດຍິງ ໂດຍ ກາຕາ ເປັນກາງໄກ່ເກ່ຍ ບໍ່ບັນລຸໄດ້ຄວາມຄືບໜ້າພໍປານໃດ ແລະ ຫາງສຽງໂລກ ພວມຄັດຄ້ານບັ້ນຮົບການທະຫານຂອງ ອິດສະຣາແອັນ ທີ່ບຸກໂຈມຕີເຂົ້າເຂດ Rafah ຢູ່ເຂດ ກາຊາ ຢ່າງແຮງ.

        ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ບຸກໂຈມຕີກຳລັງ ຮາມາດສ ຢູ່ເຂດ Rafah, ເຊິ່ງເປັນບ່ອນລົບໜີສຸດທ້າຍຂອງຊາວ ປາແລັດສະຕິນ ຢູ່ພາກໃຕ້ເຂດ ກາຊາ, ພາຍຫຼັງທີ່ອະນຸຍາດໃຫ້ສາມັນຊົນອອກຈາກເຂດດັ່ງກ່າວ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ