ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສົ່ງ​ຄວາມ​ເສ​ລີ​ໃຫ້​ແກ່​ຕົວ​ປະ​ກັນ​ຈຳ​ນວນ​ໜຶ່ງ

(VOVWORLD) - ລັດຖະບານຂອງນາຍົກລັດຖະມົນຕີ ອິດສະຣາແອັນ, Benjamin Netanyahu ໄດ້ສະໜັບສະໜູນຂໍ້ຕົກລົງ ເພື່ອແນໃສ່ສົ່ງຄວາມເສລີໃຫ້ແກ່ຕົວປະກັນຈຳນວນໜຶ່ງທີ່ພວມຖືກກຳລັງ ຮາມາດສ ກັກຂັງຢູ່ເຂດ ກາຊາ. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສົ່ງ​ຄວາມ​ເສ​ລີ​ໃຫ້​ແກ່​ຕົວ​ປະ​ກັນ​ຈຳ​ນວນ​ໜຶ່ງ - ảnh 1ຮາມາດສ ສົ່ງສິດເສລີໃຫ້ຕົວປະກັນ ໃນວັນທີ 20 ທັນວາ 2023 (ພາບ: TTXVN)

ໃນຖະແຫຼງການສະບັບອອກຕອນເຊົ້າວັນທີ 22 ພະຈິກ, ຕາມເວລາທ້ອງຖິ່ນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ລັດຖະບານຂອງນາຍົກລັດຖະມົນຕີ ອິດສະຣາແອັນ, Benjamin Netanyahu ໄດ້ສະໜັບສະໜູນຂໍ້ຕົກລົງ ເພື່ອແນໃສ່ສົ່ງຄວາມເສລີໃຫ້ແກ່ຕົວປະກັນຈຳນວນໜຶ່ງທີ່ພວມຖືກກຳລັງ ຮາມາດສ ກັກຂັງຢູ່ເຂດ ກາຊາ. ຂໍ້ຕົກລົງສະບັບດັ່ງກ່າວໄດ້ຮັບການຮັບຮອງເອົາ ດ້ວຍຈຳນວນບັດສະໜັບສະໜູນສ່ວນຫຼາຍໃນກອງປະຊຸມລັດຖະບານ ອິດສະຣາແອັນ.

        ຕາມຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ແລ້ວ, ຂໍ້ຕົກລົງໄດ້ອະນຸຍາດໃຫ້ສົ່ງຄວາມເສລີໃຫ້ແມ່ຍິງ ແລະ ເດັກຈຳນວນ 50 ຄົນ ພາຍໃນ 4 ວັນ. ໃນຂະນະນັ້ນ, ຕາມສື່ມວນຊົນຂອງ ອິດສະຣາແອັນ ແລ້ວ, ຂໍ້ຕົກລົງສະບັບນີ້ ລວມມີຄຳສັ່ງຢຸດຍິງ 5 ວັນ ແລະ ຝ່າຍ ອິດສະຣາແອັນ ກໍປ່ອຍຕົວນັກໂທດ ປາແລັດສະຕິນ 150 ຄົນ. ຕາມຝ່າຍ ອິດສະຣາແອັນ ແລ້ວ, ກຳລັງ ຮາມາດ ພວມກັກຕົວປະກັນປະມານ 240 ຄົນ. ນອກຈາກການແລກປ່ຽນຕົວປະກັນ ແລະ ນັກໂທດແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວກໍສ້າງຂີດໝາຍເປັນຄັ້ງທຳອິດທີ່ບັນດາຝ່າຍຢຸດຍິງຊົ່ວຄາວ ນັບແຕ່ເມື່ອການປະທະກັນເກີດຂຶ້ນຢູ່ເຂດ ກາຊາ ໃນວັນທີ 7 ຕຸລາ.


ຕອບກັບ

ຂ່າວ/ບົດ​ອື່ນ