ການຜັນຂະຫຍາຍ ການປະຕິບັດລັດຖະທຳ ມະນູນແມ່ນໜ້າທີ່ສຳຄັນ

ການຜັນຂະຫຍາຍ ການປະຕິບັດລັດຖະທຳ ມະນູນແມ່ນໜ້າທີ່ສຳຄັນ - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ
(ພາບອີນເຕີແນັດ)


(vovworld) - ການ​ຜັນ​ຂະຫຍາຍການ​ປະຕິບັດ​ລັດຖະທຳ​ມະນູນ​ແມ່ນ​ໜ້າ​ທີ່​ສຳຄັນ, ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/01, ຢູ່​ຮ່າ​ໂນ​້ຍ. ກອງ​ປະຊຸມ​ໄດ້​ຈັດ​ຕັ້ງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດຢູ່​ບັນດາ​ສະຖານ​ທີ່​ຄື; ວິ້ງ​ຟຸ່ກ, ບັ໋ກນິງ, ຮ່ວາ​ບິ່ງ, ຮື​ງອຽນ, ຮ່າ​ນາມ.

        ຕາມ​ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ່ງຮຸ່ງ​ ​ແລ້ວ, ​ເພື່ອ​ນຳ​ລັດຖະທຳ​ມະນູນ​ເຂົ້າ​​ຊີວິດຕົວ​ຈິງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ເລ​ິກ​ເຊິ່ງ, ກວ້າງຂວາງ ​ແລະ ຕັ້ງໜ້າ​ເຖິງ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ນັ້ນ ການ​ຜັນ​ຂະ​ຫຍາ​ຍລັດຖະທຳ​ມະນູນ ​ແມ່ນ​ໜ້າ​ທີ່​ສຳຄັນ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລີກ​ເຊິ່ງ, ກວ້າງຂວາງ​ເຖິງ​ທົ່ວ​ລະບົບ​ການ​ເມືອງ.

   “ວິວັດ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະ​ນູນ ຮຽກ​ຮ້ອງ​ໃຫ້ມີການ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ, ​ເຂັ້ມ​ງວດ​ຂອງ​ປະຊາຊົນ ​ແລະ ຂອງທຸກຂະ​ແໜງ​ການ, ທຸກ​ຂັ້ນ. ລັດຖະທຳ​ມະນູນ ສສ ຫວຽດນາມ ມີ​ຜົນ​ສັກສິດ​ນັບ​ແຕ່ວັນ​ທີ 01/01/2014 ​ເປັນ​ຕົ້ນ​ໄປ. ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລ້ວ, ຕ້ອງ​ຕັ້ງ​ໜ້າ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ, ຢ່າງ​ເປ​ັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນ, ​ໂຄສະນາ​ບັນດາ​ຄຸນ​ຄ່າ​ຂອງ​ລັດຖະທຳ​ມະນູນຢ່າງ​ທັນ​ການ, ກໍ່​ຄືຄວາມ​ໝາຍ​ດ້ານ​ວິທະຍາ​ສາດ ​ແລະ ສະພາບ​ຕົວ​ຈິງ​ຂອງ​ລັດຖະທຳ​ມະນູນ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ລັດຖະທຳ​ມະນູນ, ສະຕິ​ປະຕິບັດລັດຖະທຳ​ທະນູ​ນ, ຮັບປະກັນ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ເຄົາລົບ ​ແລະ ​ ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ຊີວິດ​ສັງຄົມ”.

        ທີ່​ກອງປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ເນື້ອ​ໃນ​ສຳຄັນ​ຂອງ​ລັດຖະທຳ​ມະນູນ, ​ແຜນການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຈາກ​ນັ້ນ​ແຕ່​ລະຂະ​ແໜງ​ຈະ​ວາງ​ແຜນການ​ຕົວຈິງ​ເພື່ອ​ປະຕິບ​ັດລັດຖະທຳ​ມະນູນ ​ໃຫ້​ຖືກ​ກັບ​ຈຸດປະສົງ, ຄວາມ​ຮຽກ​ຮ້ອງ ​ແລະ ​ໄດ້​ຮັບໝາກຜົນ.

ຂ່າວ/ບົດ​ອື່ນ