ການພົບປະກັບບັນດາເອກອັກຄະລັດຖະທະທູດ, ອຸປະທູດ, ຫົວໜ້າບັນດາອົງການຈັດຕັ້ງສາກົນທີ່ເປັນເພດຍິງ ເນື່ອງໃນໂອກາດວັນແມ່ຍິງສາກົນ

(VOVWORLD) -ການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີໃນ ອາຊຽນ, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ມຸ່ງໄປເຖິງການກະກຽມໃຫ້ແກ່ເລື່ອງ ຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານ ອາຊຽນ ປີ 2020.

ວັນທີ 29 ມີນາ, ກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈໍາ ຮ່າໂນ້ຍ (AWCH) ແລະ ຄະນະແຮງງານຍິງກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັນຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດວັນແມ່ຍິງສາກົນ, ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າບັນດາອົງການຈັດຕັ້ງສາກົນທີ່ເປັນເພດຍິງ, ພັນລະຍາເອກອັກຄະລັດຖະທູດ, ພະນັກງານການທູດທີ່ເປັນເພດຍິງຂອງບັນດາປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ທີ່ພວມເຮັດວຽກຢູ່ ຮ່າໂນ້ຍ ພ້ອມດ້ວຍການນໍາບັນດາຫົວໜ່ວຍຫຼັກແຫຼ່ງຂອງກະຊວງການຕ່າງປະເທດຫວຽດນາມເປັນຈໍານວນຫຼວງຫຼາຍ.

ການພົບປະກັບບັນດາເອກອັກຄະລັດຖະທະທູດ, ອຸປະທູດ, ຫົວໜ້າບັນດາອົງການຈັດຕັ້ງສາກົນທີ່ເປັນເພດຍິງ ເນື່ອງໃນໂອກາດວັນແມ່ຍິງສາກົນ - ảnh 1ການພົບປະກັບບັນດາເອກອັກຄະລັດຖະທະທູດ, ອຸປະທູດ, ຫົວໜ້າບັນດາອົງການຈັດຕັ້ງສາກົນທີ່ເປັນເພດຍິງ ເນື່ອງໃນໂອກາດວັນແມ່ຍິງສາກົນ 

        ກ່າວຄໍາເຫັນທີ່ພິທີໄຂການພົບປະສັງສັນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ໄດ້ອວຍພອນໃຫ້ເອື້ອຍນ້ອງແມ່ຍິງທຸກຄົນເນື່ອງໃນໂອກາດວັນແມ່ຍິງສາກົນ. ພ້ອມທັງ ຕີລາຄາສູງຂໍ້ລິເລີ່ມການຈັດຕັ້ງເຫດການທີ່ມີຄວາມໝາຍນີ້ເປັນການສ້າງຄວາມຜູກພັນ, ໄມຕີຈິດມິດຕະພາບລະຫວ່າງບັນດານັກການທູດເພດຍິງຂອງສາກົນ ແລະ ຫວຽດນາມ ແລະ ແມ່ນ ໂອກາດເພື່ອໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທໍາ, ສິລະປະຂອງຫວຽດນາມກ ການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີໃນ ອາຊຽນ, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ມຸ່ງໄປເຖິງການກະກຽມໃຫ້ແກ່ເລື່ອງ ຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານ ອາຊຽນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ