ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນແລະອາຊຽນ
ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ຈີນ
ພາບ:qdnd
|
(vovworld)- ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈີນ ແລະ ລັດຖະມົນຕີປ້ອງກັນປະເທດ ບັນດາປະເທດອາຊຽນ ດຳເນີນໄປຢູ່ ປັກກີງ ໃນວັນທີ 16/10 ແມ່ນການພົບປະບໍ່ເປັນທາງການຄັ້ງທີ 5 ລະຫວ່າງລັດຖະມົນຕີປ້ອງກັນປະເທດບັນດາປະເທດ. ພົນເອກ ຟຸ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ນຳຫນ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມເຂົ້າຮ່ວມ.
ກ່າວຄຳເຫັນນະທີ່ນີ້, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນ ໄດ້ຢືນຢັນ: ການເຈລະຈາ ແລະ ການຮ່ວມມືໃນຈຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ແມ່ນປັດໄຈສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຈີນ - ອາຊຽນ. ຈີນ ປາດຖະຫນາຢາກພ້ອມກັບ ອາຊຽນ ຮ່ວມມື ເພື່ອຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ລັດຖະມົນຕີ 10 ປະເທດ ອາຊຽນ ຢືນຢັນ: ສັນຕິພາບ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ ມີຄວາມໝາຍເປັນຕາຍສຳລັບຄວາມໝັ້ນຄົງຂອງພາກພື້ນ, ປາດຖະຫນາຈີນ ແລະ ອາຊຽນ ຖືກົດໝາຍສາກົນ ແມ່ນມາດຖານຕົ້ນຕໍ, ພິເສດ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ເປັນພື້ນຖານເພື່ອແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ, ປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງເຂັ້ມງວດ ແລະ ສ້າງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ໂດຍໄວ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ພາຍຫລັງກອງປະຊຸມ, ທ່ານ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ:
“ທີ່ການພົບປະ, ບັນດາລັດຖະມົນຕີປ້ອງກັນປະເທດ ບໍ່ພຽງແຕ່ຍົກອອກບັນດາແນວຄວາມຄິດ, ທັດສະນະ, ແຜນນະໂຍບາຍ, ມາດຕະການເທົ່ານັ້ນ ສິ່ງສຳຄັນໄດ້ປຶກສາຫາລືມາດຕະການ ເພື່ອຫັນການກະທຳຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ເຂົ້າຕົວຈິງ, ນອກນັ້ນ ຍັງປຶກສາຫາລືບັນດາກົນໄກເພື່ອຮ່ວມມືລະອຽດລະຫວ່າງສອງຝ່າຍ.”