ການ​ພົບ​ປະ​ມິດ​ຕະ​ພາບ​​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມ​ສະຫຼອງ 70 ປີ ແຫ່ງວັນ​ຊາດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ

(VOVWORLD) -ຕອນຄ່ຳວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຈີນ ຈັັດຕັ້ງການພົບປ່ຽນມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນຊາດ ສາທາລະນະລັດ ປະຊາຊົນ ຈີນ (1/10/1949 – 1/10/2019).
ການ​ພົບ​ປະ​ມິດ​ຕະ​ພາບ​​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມ​ສະຫຼອງ 70 ປີ ແຫ່ງວັນ​ຊາດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ - ảnh 1ລາຍການສະແດງສິລະປະສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສປ.ຈີນ (ພາບ: thoidai.com.vn) 

ກ່າວຄຳເຫັນທີ່ການພົບປະ,ທ່ານນາງ ຫງວຽນເຟືອງງາ ປະທານສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ເນັ້ນໜັກເຖິງ: ການປັບປຸງແລະການຜັນຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ຢ່າງບໍ່ຢຸດຢັ້ງ, ຊຸກຍູ້ພົວພັນລະຫວ່າງ ຫວຽດນາມ - ຈີນພັດທະນາຢ່າງມີສະຖຽນລະພາບ, ປອດໃສ, ໝັ້ນຄົງ, ປະຕິບັດຕາມບັນດາຂໍ້ຕົກລົງ, ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຄວບຄຸມບັນດາຄວາມບໍ່ລົງລອຍກັນຢູ່ທະເລເປັນຢ່າງດີນັ້ນ, ບໍ່ພຽງແຕ່ແມ່ນໜ້າທີ່ຮັບຜິດຊອບຂອງສອງພັກ, ສອງລັດເທົ່ານັ້ນ, ຫາກຍັງແມ່ນຄວາມປາດຖະໜາຂອງປະຊາຊົນ ສອງປະເທດອີກດ້ວຍ. ນີ້ກໍ່ແມ່ນປັດໄຈສຳຄັນໃຫ້ແກ່ພາລະກິດ ສ້າງສາ, ພັດທະນາປະເທດຊາດຂອງແຕ່ລະປະເທດ, ມີຜົນປະໂຫຍດໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໂລກ.

ສ່ວນທ່ານ ຊຸ໊ງປົວ ເອກອັກຄະລັດຖະທູດຈີນປະຈຳ ຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນຂອງບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນທີ່ເປັນມູນເຊື້ອເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ