ການພົບປະລະຫວ່າງພັນລະຍາລັດຖະມົນຕີກະຊວງການຕ່າງປະເທດແລະພະນັກງານກະຊວງການຕ່າງປະເທດສອງປະເທດລາວ ແລະ ຫວຽດນາມ

ການພົບປະລະຫວ່າງພັນລະຍາລັດຖະມົນຕີກະຊວງການຕ່າງປະເທດແລະພະນັກງານກະຊວງການຕ່າງປະເທດສອງປະເທດລາວ ແລະ ຫວຽດນາມ - ảnh 1
ທ່ານ​ ນາງ​ອາ​ລູ​ນີ ກົມ​ມະ​ສິດ  ແລະ ທ່ານ ນາງ ຫງວຽນ​ງວຽດ​ງາ
(ພາບ: daidoanket.vn/)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ​ທ່ານ​ ນາງ​ອາ​ລູ​ນີ ກົມ​ມະ​ສິດ ພັນ​ລະ​ຍາ​ຂອງ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ທ່ານ ນາງ ຫງວຽນ​ງວຽດ​ງາ ພັນລະ​ຍາ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ປະ​ທານ​ກິດ​ຕິ​ມະ​ສັກ​ກຸ່ມ​ແມ່​ຍິງ​ປະ​ຊາ​ຄົມ​ອາ​ຊຽນ​ປະ​ຈຳ​ຮ່າ​ໂນ້ຍ, ໄດ້​ນຳ​ໜ້າ​ຄະ​ນະ​ພະ​ນັກ​ງານ​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄປ​ຢ້ຽມ​ຢາມ​ລາວ ໃນ​ລະ​ຫວ່າງວັນ​ທີ 17-18/10/2016. ໃນ​ການ​ຢ້ຽມ​ຢາມ ທ່ານ​ ນາງ​ ຫງວຽນ​ງວຽດ​ງາ  ແລະ ຄະ​ນະ​ພະ​ນັກ​ງານ​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ນາງ ຄຳ​ເມິງ ວໍ​ລະ​ຈິດ, ພັນ​ລະ​ຍາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ສ​ປ​ປ​ລາວ, ທ່ານ ນາງ ນາ​ລີ ສີ​ສຸ​ນິດ, ພັນ​ລະ​ຍາຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ; ທ່ານ ນາງ ອາ​ລູ​ນີ ກົມ​ມະ​ສິດ​ ພັນ​ລະ​ຍາ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານ​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ. ທີ່​ການ​ພົບ​ປະ, ທ່ານ ນາງ ຫງວຽນ​ງວຽດງາ ຕີ​ລາ​ຄາ​ສູງ​ຄຸ​ນ​ນະ​ທາດ ແລະ ບົດ​ຮຽນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​​ການພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ ແລະ ຫຼ​າຍ​ຝ່າຍ​ ຂອງ​ບັນ​ດາ​ເອື້ອຍ​ນ້ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ປະ​ກອບ​ສ່ວນ​ເປີດກວ້າງ, ເພີມ​ທະ​ວີ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ລາວ ແລະ ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ, ທີ່​ຕັ້ງ​ບົດ​ບາດ​ຂອງ​ລາວ​ໃນ​ເວ​ທີ​ສາ​ກົນ. ທ່ານ ນາງ ຫງວຽນ​ງວຽດ​ງາ ເຊື່ອ​ໝັ້ນ​ວ່າ: ແມ່​ຍິງ​ສອງ​ປະ​ເທດ​ຫວຽດ​ນາມ-ລາວ ຈະ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຄະ​ນະ​ຜູ້​ແທນ​ຍິງ​ຫວຽດ​ນາມກໍ່​ມີ​ການ​ແລກ​ປ່ຽນ ແລະ ເຮັດ​ວຽກ​ກັບ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ພົບ​ປະ​ກັບ​ສະ​ຫະ​ພັນ​ແມ່​ຍິງ​ນະ​ຄອນຫຼວງວຽງ​ຈັນ.


ຂ່າວ/ບົດ​ອື່ນ