ການພົບປະສັງສັນ ແລະ ອວຍພອນບຸນເຕັດບັນດາການນຳ, ອະດີດການນຳພັກ, ລັດ

ການພົບປະສັງສັນ ແລະ ອວຍພອນບຸນເຕັດບັນດາການນຳ, ອະດີດການນຳພັກ, ລັດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍພອນ​ບຸ​ນ​ເຕັດ​​ການ​ນຳ​ພັກ
ລັດ, ສະພາແຫ່ງຊາດ
ພາບ:internet


  (vovworld)-  ຕອນ​ເຊົ້າ​ວັນ​ທີ 6/2 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ພົບ​ປະ ​ແລະ ອວຍພອນ​ບຸ​ນ​ເຕັດ​ກົມ​ການ​ເມືອງ​, ຄະນ​ະ​ເລຂາ​ສູນ​ກາງ​ພັກ, ບັນດາ​ການ​ນຳ ​ແລະ ອະດີດ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ນັກ​ປະຕິວັດ​ອະ​ວຸ​ໂສ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຊີ້​ແຈງ​ວ່າ: ​ໃນ​ປີຜ່ານມາ ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ພົ້ນ​ເດັ່ນ ກ່ຽວ​ກັບ​ເສດ​ຖ​ະກິດ​ສັງຄົມ. ​ທ່ານ​ເນັ້ນ​ຫນັກ​ວ່າ: ປີ 2013 ຄາດ​ຄະ​ເນ​ວ່າ​ສະພາບ​ການ​ໂລກ​ກໍ​ຄື​ພາຍ​ໃນ​ປະ​ເທດ​ ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະ​ນັ້ນ ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ຫວຽດນາມ ຄວນ​ເສີມ​ຂະຫຍາຍ​ທຸກຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ ໄວ, ໝັ້ນຄົງ​, ຮັບປະກັນ​ຊີວິດ​ສັງຄົມ, ​ເປັນ​ເຈົ້າ​ການ​ໃນ​ການ​ເຊື້ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ໂລກ, ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບປະກັນ​ດ້ານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ກ່າວ​ວ່າ:  “ທົ່ວ ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ຕ້ອງ​ຮ່ວມ​ແຮງ​ຮ່ວ​ມ​ໃຈ ​ແລະ ຕັດສິນ​ໃຈ ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ສືບ​ຕໍ່​ບາດກ້າວ​ພັດທະນາ​ຢ່າງ​ໝັ້ນ​ແກ່ນ, ບັນລຸ​ຜົນງານ​ດີ​ເດັ່ນ​ໃນ​ປີ​ໃຫມ່.”

 

 

 

 

ຂ່າວ/ບົດ​ອື່ນ