ການພົບປະສົນທະນາກ່ຽວກັບ ຕ້ານການໃຊ້ຄວາມຮຸນແຮງໃນ ຄອບຄົວ

ການພົບປະສົນທະນາກ່ຽວກັບ ຕ້ານການໃຊ້ຄວາມຮຸນແຮງໃນ ຄອບຄົວ - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ ”ຕ້ານ​ການໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວຈະບໍ່​ສຳ​ເລັດຜົນ, ຖ້າ​ຫາກ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເພດ​ຊາຍ” ການ​ພົບ​ປະ​ສົນທະນານີ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ Tran Thanh Binh, ຮອງປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

”ຍ້ອນ​ການ​ອົດທົນ​ຂອງ​ເອື້ອຍ​ນ້ອງ​ແມ່ຍິງ, ພ້ອມ​ກັບ​ທ່າ​ທີ, ການ​ກະທຳ​ທີ່​ມີ​ລັກສະນະ​ສິດ​ອຳນາດ​ຂອງ​ເພດ​ຊາຍ ​ໄດ້​ພາ​ໃຫ້​ຂາດຄວາມ​ສະ​ເໝີ​ພາບ​ລະຫວ່າ​ງຍິງ - ຊາຍ ​ແລະ ​ເພີ່ມ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ. ດັ່ງ​ນັ້ນ, ​ຂ້າພະ​ເຈົ້າ​ຄິດ​ວ່າເລື່ອງ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ ​ແລະ ການ​ກະທົບ ​​ເພື່ອປ່ຽນ​​ແປງການ​ກະທຳ​ຂອງ​​ເພດ​ຊາຍທີ່​ມີ​ຕໍ່ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ - ຊາຍ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ໃນ​ປະຈຸ​ບັນ”.

ທີ່ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ ​ເພື່ອ​ແກ້​ໄຂ​ບັນຫາ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແມ່ນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເພດ​ຊາຍ ​ເພາະວ່າ​ເພດ​ຊາຍ​ແມ່ນ​ປັດ​ໃຈ​ຕົ້ນ​ຕໍ່​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ. ຄຽງ​ຂ້າງ​ນັ້ນ, ຄວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ປະຊາ​ຄົມ, ພິ​ເສດ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ເພດ​ຊາຍ​ໃນ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ.

 

ຂ່າວ/ບົດ​ອື່ນ