ພາບປະກອບ: internet
|
(vovworld) - ໃນຖະແຫລງການທາງຫນັງສືພິມດ້ວຍລາຍລັກອັກສອນທີ່ຍົກອອກພາຍຫລັງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຫາກໍດຳເນີນໄປຢູ່ນະຄອນຫລວງ ພະນົມເປັນປະເທດ ກຳປູເຈຍ, ທ່ານ ປະທານາທິບໍດີ ຟິລິບປີນ Benigno Aquino ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບເຂດເສດຖະກິດພິເສດ ແລະ ໄຫລ່ທະວີບຂອງບັນດາປະເທດ. ທ່ານຍັງເນັ້ນຫນັກວ່າ: ສິ່ງດັ່ງກ່າວໄດ້ຢືນຢັນວ່າ ແມ່ນສອດຄ່ອງກັບບັນດາຂໍ້ມາດຕາໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982. ໃນຂະນະນັ້ນ, ວັນທີ 20/11, ເມື່ອຕອບສຳພາດຕໍ່ນັກຂ່າວ ມາເລເຊຍ ພາຍຫລັງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Razak ຖືວ່າ: ບັນຫາພິພາດອະທິປະໄຕຢູ່ທະເລຕາເວັນອອກ ແມ່ນຫນຶ່ງໃນບັນດາບັນຫາສັບສົນທີ່ສຸດ ແລະ ຕ້ອງມີເວລາເພື່ອແກ້ໄຂ, ພ້ອມທັງຢືນຢັນວ່າ: ປະເທດທັງໝົດ ລ້ວນແຕ່ປາດຖະຫນາຢາກມີຄວາມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ຕາມທ່ານແລ້ວ ຖ້າຫາກບັນດາຝ່າຍລ້ວນແຕ່ເຂົ້າຮ່ວມການເຈລະຈາທີ່ມີລັກສະນະສ້າງສັນ, ບັນດາບັນຫາສັບສົນນັ້ນສາມາດແກ້ໄຂໄດ້.