ການພົວພັນ ຫວຽດນາມ-ເບລາຣູດສ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາກວ່າອີກ

(VOVWORLD)-ຕອນບ່າຍວັນທີ 26 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ Minsk, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີ Alexander Lukashenko.

ການພົວພັນ ຫວຽດນາມ-ເບລາຣູດສ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາກວ່າອີກ - ảnh 1ທ່ານປະທານປະເທດ ເຈີນດ້າຍກວ້າງ ຢ້ຽມຢາມ ເບລາຮູດສ ຢ່າງເປັນທາງການ

(ພາບປະກອບ)

ພາຍຫຼັງໄປຮອດນະຄອນຫຼວງ Minsk, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບຜູ້ຕາງໜ້າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ແລະ ບັນດານັກຮົບເກົ່າ ເບລາຣຸດ ເຄີຍເຂົ້າຮ່ວມການສູ້ຮົບຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ແລະ ເບລາຣຸດ - ຫວຽດນາມ ເຂົ້າໃນການປັບປຸງ ແລະ ເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານກ່າວວ່າ:     

        “ຂ້າພະເຈົ້າຫວັງວ່າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ກໍ່ຄືສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ໄດ້ຮັບຮອງເອົາການເຄື່ອນໄຫວພົວພັນແລກປ່ຽນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ແລະ ປະກອບສ່ວນຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ພິເສດແມ່ນການສຶກສາລຸ້ນໜຸ່ມ 2 ປະເທດເຄົາລົບ, ຮັກສາ ແລະ ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ. ສະມາຊິກສະມາຄົມແຕ່ລະຄົນແມ່ນນັກການທູດຜູ້ໜຶ່ງທີ່ຖ່າຍທອດຄວາມມຸ່ງຫວັງ ແລະ ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, ນຳການພົວພັນຮ່ວມມື ຫວຽດນາມ - ເບລາຣຸດ ພັດທະນານັບມື້ນັບໝັ້ນຄົງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກ່ວາອີກ.”

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມ, ນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ. ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ສະຖານທູດ ໄດ້ຊາບຊຶມແນວທາງການຕ່າງປະເທດຂອງພັກ ແລະ ລັດ, ອັບເດດສະພາບການພາຍໃນປະເທດເພື່ອຜັນຂະຫຍາຍໜ້າທີ່ພົວພັນຕ່າງປະເທດທັນການ, ເໝາະສົມ ເພື່ອແນໃສ່ຊຸກຍູ້ການຮ່ວມມືທຸກໆດ້ານກັບ ເບລາຣຸດ.

ເມື່ອຕອບສຳພາດຕໍ່ນັກຂ່າວໂທລະພາບສູນກາງ  ເບລາຮູດສ ເນື່ອງໃນໂອກາດຢ້ຽມຢາມ ສາທາລະນະລັດເບລາຮູດສ ຢ່າງເປັນທາງການ, ທ່ານປະທານປະເທດ ເຈີນດ້າຍກວ່າງ ເນັ້ນໜັກວ່າ: ການພົວພັນ ຫວຽດນາມ-ເບລາຣູດສ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເຂັ້ມແຂງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. ບັນດາຂໍ້ຕົກລົງສຳຄັນທີ່ໄດ້ລົງນາມ ແລະ ໄດ້ມີຜົນສັກສິດໃນຂົງເຂດເສດຖະກິດ-ການຄ້າ ຄື: ສັນຍາການຄ້າເສລີ ຫວຽດນາມ - EAEU ແລະ ອານຸສັນຍາ ຫວຽດນາມ-ເບລາຣູດສ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຈະສະໜັບສະໜູນ ແລະ ສົ່ງເສີ່ມບັນດາທ້ອງຖິ່ນສອງປະເທດສ້າງການພົວພັນຮ່ວມມືໂດຍກົງ, ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປີດກວ້າງການພົວພັນແລກປ່ຽນດ້ານວັດທະນະທຳ.

        ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ: ສັນຍາການຄ້າເສລີ ຫວຽດນາມ - ພັນທະພາບເສດຖະກິດ ອາຊຽນ - ເອີຣົບ (EAEU) ນຳມາເຊິ່ງກາລະໂອກາດອັນລໍ້າຄ່າ, ເພື່ອພັດທະນາການພົວພັນເສດຖະກິດ-ການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣູດສ. ຫວຽດນາມ ຈະມານະພະຍາຍາມເພື່ອໃຫ້ ເບລາຣູດສ ແລະ ບັນດາປະເທດ EAEU ເປີດກວ້າງການພົວພັນຮ່ວມມືເສດຖະກິດ, ການຄ້າ ກັບປະຊາຄົມ ອາຊຽນ. ທ່ານປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ຫວຽດນາມ ແລະ ເບລາຣູດສ ຈະພ້ອມກັນຮັບເອົາບັນດາກາລະໂອກາດໃໝ່ທີ່ດີທີ່ສຸດ, ຍູ້ແຮງຮ່ວມມືໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ