ການພົວພັນ ອາບຟຣີກາໃຕ້ - ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່

(VOVWORLD) - ທ່ານປະທານາທິບໍດີ Ramaphosa ໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບການພົວພັນລະຫວ່າງ ອາບຟຣີກາ ໃຕ້ - ຫວຽດນາມ ທີ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນຂະນະທີ່ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1993 – 2023).
ການພົວພັນ ອາບຟຣີກາໃຕ້ - ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ - ảnh 1ທ່ານ ຮ່ວາງສີເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານປະທານາທິບໍດີ Ramaphosa
(ພາບ:TTXVN)

ຕອນບ່າຍວັນທີ 3 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Pretoria, ທ່ານ ຮ່ວາງສີເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃຫ້ທ່ານ Cyril Ramaphosa, ປະທານາທິບໍດີ ອາບຟຣີກາ ໃຕ້. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຮ່ວາງສີເກື່ອງ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະກອບສ່ວນໃນອາຍຸການປະຕິບັດງານຂອງຕົນ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ, ມີຈຸດສຸມແມ່ນການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ.

        ທ່ານປະທານາທິບໍດີ Ramaphosa ໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບການພົວພັນລະຫວ່າງ ອາບຟຣີກາ ໃຕ້ - ຫວຽດນາມ ທີ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນຂະນະທີ່ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1993 – 2023). ທ່ານໃຫ້ຮູ້ວ່າ: ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ດ້ວຍການເຄື່ອນໄຫວທີ່ຕັ້ງໜ້າ, ຫຼາຍຮູບຫຼາຍແບບ, ຟົດຟື້ນ, ໃນຫຼາຍຊ່ອງທີ່ແຕກຕ່າງກັນ, ເປັນຕົ້ນແມ່ນການຢ້ຽມຢາມ ອາບຟຣີກາ ໃຕ້ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໃນລະຫວ່າງວັນທີ 13 – 16 ກັນຍາຜ່ານມາ. ໃນໄລຍະເວລານີ້ ກໍ່ໄດ້ດຳເນີນເຫດການຊຸມວັນ ຫວຽດນາມ ຢູ່ ອາບຟຣີກາໃຕ້ ດ້ວຍເຫດການຕ່າງໆຢ່າງສຳເລັດຜົນ, ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດ ອາບຟຣີກາ ໃຕ້ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ