ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ

ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕ້ອນຮັບ​
ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari)


(vovworld) -     ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari ຊຶ່ງພວມ​ມີ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 15/01, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປ​ະ​ເທດ​ຍິ່ງກວ່າ​ອີກ, ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ໃນ​ຕະຫຼອດກວ່າ 40 ​ປີແຫ່ງ​ການ​ສ້າງການພົວພັນ​ທາງ​ການ​ທູດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ຜ່ານ 5 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ພົວພັນສອງ​ຝ່າຍ​ຫວຽດນາມ - ອິນ​ເດຍ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ທ່ານ​ປະທານ​ປະ​ເທດ ​​ໄດ້​ຖື​ວ່າ, ສອງ​ຝ່າຍ​ຄວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຍິ່ງກວ່າ​ອີກ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ພົວພັນດ້ານ​ການ​ເມືອງ​ ກັບ​ຕ່າງປະ​ເທດ ​ແລະ ​ເສດຖະກິດ ການ​ຄ້າ. ທ່ານ​ປະທານ​ປະ​ເທດ​ເຫັນ​ດີ​ຈະ​ສ້າງ​ສູນວັດທະນະທຳ​ອິນ​ເດຍ ປະຈຳ​ຫວຽດນາມ ​ໂດ​ຍ​ໄວ, ​ແລະ​ຂອບ​ອົກ​ຂອບ​ໃຈ​ຫຼັກ​ໝັ້ນ​ພາວະ​ວິ​ໄສ​ຂອງ​ອິນ​ເດຍ ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກ ​ແລະ ​ໃຫ້​ຮູ້​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ປະ​ເທດ ​ແລະ ​ແກ້​ໄຂທຸກໆການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍອີ່​ງ​ໃສ່​ພື້ນຖານ​ກົ​ດໝາຍ​ສາກົນ​ເພື່ອ​ສັນຕິພາບຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ສ່ວນທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari ຢືນຢັນ​ວ່າ, ອິນ​ເດຍ ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາເສົ້າ​ຄ້ຳ​ຕົ້ນ​ຕໍ່​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່ງ​ທິດຕາ​ເວັນ​ອອກ​ຂອງ​ອິນ​ເດຍ. ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຈະ​ແມ່ນ​ປັດ​ໃຈ​​ເພື່ອ​ຊຸກຍູ້ສັນຕິພາບຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ກ່ອນ​ໜ້າ​ນັ້ນໃນວັນດຽວກັນ, ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari ​ແລະ ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ​ຫງວຽນ​ທິຢວານ ​ໄດ້​ມີ​ການ​ເຈລະຈາ​ນຳ​ກັນ. 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​​ເພິງ​ພໍ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ປີ​ມິດຕະພາບ​ຫວຽດນາມ -​ອິນ​ເດຍ 2012, ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຂອງ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ລະຫວ່າງ 2 ປະ​ເທດ​ໃນ​ຕະຫຼອດ​ປີ​ມິດຕະພາບຢ່າງ​ຕັ້ງ​ໜ້າ ​ເຊິ່ງ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບຸນ ​ແລະ ມີ​ຄວາມ​ໝາຍ, ປະກອບ​ສ່ວ​ນຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ຍິ່ງກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ​ຫງວຽນ​ທິຢວານ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ອິນ​ເດຍ ​ເປັນ​ສຳຄັນ, ກໍ​ຄື​ບົດ​ບາດປະກອບສ່ວນ​ຂອງ​ອິນ​ເດຍ ​ເຂົ້າ​ໃນ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. 2 ຝ່າຍ ກໍ​ເຫັນ​ດີ​​ສືບ​ຕໍ່ສົມທົບ​ກັນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ທີ່​ເວທີ​ປາ​ໄສ​ສາກົນ ​ແລະພາກ​ພື້ນ. ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ຫງວຽນ​ທິຢວານ ​ແລະ ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari ​ໄດ້​ເປັນ​ສັກຂີ​ພະຍານ​ພິທີລົງ​ນາມ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ​ລະຫວ່າງ 2 ປະ​ເທດ.

ແລະ​ກໍ​ໃນ​ວັນ​ດ່ຽວ​ກັບ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໃຫ້ການ​ຕ້ອນຮັບທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohammad Hamid Ansari ຢ່າງ​ສະໜິດສະໜົມ.

ຂ່າວ/ບົດ​ອື່ນ