ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໄລຍະພັດທະນາໃໝ່

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໄລຍະພັດທະນາໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພັນລະຍາ
(ພາບ: dantri.com.vn)

(vovworld) - ຕອນ​ບ່າຍວັນ​ທີ 16/1, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເປັນ​ປະທານ​ຈັດ​ພິທີ​ຕ້ອນຮັບ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ ວັນ​ທີ 16 – 17/1. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ ​ນາຍົກລັດຖະມົນຕີ  Shinzo Abe ​ໄດ້​ດຳ​ເນີນ​ການ​ເຈລະຈາ. ນາຍົກລັດຖະມົນຕີທັງ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ຕໍ່​ບັນດາ​ທິດ​ທາງ​​ໃຫຍ່ ກໍ່​ຄື​ບັນດາ​ມາດ​ຕະກາ​ນລະ​ອຽດ ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ເປັນ​ເອກະ​ພາບ​ຫຼາຍ​ມາດ​ຕະການ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ເລີກ​ເຊິ່ງຍິ່ງ​ຂຶ້ນ ​ແລະ ປະກາດ​ໄຂ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013. ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢັ້ງຢືນ​ວ່າ:

“​ເພື່ອ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ, ພວກ​ຂ້າພະ​ເຈົ້າ​ໄດ​້​ເຫັນ​ດີ​ຄວນ​ສືບ​ຕໍ່​ຮັກ​ສາ ​ແລະ ​ເພີ່ມ​ທະວີ​ການ​ຢ້ຽມຢາມ, ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຂັ້ນ​ສູ​ງ 2 ປະ​ເທດ​ນຳ​ກັນ ກໍ່​ຄື​ການ​ເຈລະຈາ​ໃນ​ທຸກ​ຂັ້ນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາ​ຍບັນດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາດ ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ເລື່ອງ ຍີ່ປຸ່ນ ​ໄດ້​ໜູນ​ຊ່ວຍ​ຫວຽດນາມ ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ - ສັງຄົມ​ໂດຍ​ຜ່ານ​ການ​ຮ່ວມ​ມື ODA ​ໃນ 20 ປີ​ທີ່​ຜ່ານ​ມາ, ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະ​ຫງວນ ທຶນ ODA ​ໃນ​ລະດັບ​ສູງ​ໃຫ້​ແກ່​ຫວຽດນາມ. ມາ​ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​ທຶນ ODA ທີ່​ຍີ່ປຸ່ນ ໝັ້ນ​ໝາຍ​ໜູນ​ຊ່ວຍ​ພັດທະນາ​ໃຫ້​ແກ່​ຫວຽດນາມ ​ແມ່ນ 1,7 ຕື້ USD”

        ນາຍົກລັດຖະມົນຕີທັງ 2 ທ່ານກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ ກໍ​ຄື​ບັນດາ​ບັນຫາ​ທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຫວຽດນາມ ​ແລະ ຍີ່ປຸ່ນ​ກໍ່​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ຍີ່ປຸ່ນ. 2 ຝ່າຍ​ຖື​ວ່າ: ທຸກ​ປະ​ເທດ​ຄວນ​ມີ​ການ​ຮ່ວມ​ມືນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ມີ​ລັກສະນະ​ສ້າງສັນ​ໃນ​ການ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ, ​ແກ້​ໄຂ​ການ​ພິພາດ ​ແລະ ບັນ​ດາ​ບັນຫາ​ທີ່​ເກີດ​ຂຶ້ນ​ຜ່ານ​ການ​ເຈລະຈາ ​ໂດຍ​ສັນຕິ ບົນ​ພື້ນຖານ​ກົດໝາຍ​ສາກົນ.
ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໄລຍະພັດທະນາໃໝ່ - ảnh 2

ທ່ານ​ນາຍົກ​ລັດຖະມົນຕີ Shinzo Abe ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

(ພາບ: VGP/Nguyên Linh)

ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຍີ່ປຸ່ນ ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ວັດທະນາ​ຖາ​ວອນ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ໃຫ້ ຍີ່ປຸ່ນ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວິວັດ​ການ​ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ຢູ່​ຫວຽດນາມ.

        ສ່ວນ​ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ກ່ວາ​ອີກ, ພ້ອມ​ທັງ​ແໜ້ນ​ໜັກ​ວ່າ: ລັດຖະບານ ຍີ່ປຸ່ນ ຈະ​ສື​ບຕໍ່​ສົມທົບ​ກັບ ຝ່າຍ​ຫວຽດນາມ ປະຕິບັດ​ຂໍ້​ຕົກລົງ​ຕ່າງໆ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ການ​ຜັນ​ຂະ​ຫຍາ​ຍບັນດາ​​ໂຄງການ​ເຊິ່ງລັດຖະບານ 2 ປະ​ເທດ​ໄດ້​ລົງ​ນາມ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຍີ່ປຸ່ນ - ຫວຽດນາມ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ