ການພົວພັນຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ສຶບຕໍ່ພັດທະນາ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ຕ້ອນຮັບທ່ານນາງ Satsuki Katayama ສະມາຊິກສະພາສູງ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 23/12 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Satsuki Katayama ສະມາຊິກສະພາສູງ, ຜູ້ຮັກສາການປະທານກຳມາທິການນະໂຍບາຍພັກເສລີປະຊາທິປະໄຕ ຍີ່ປຸ່ນ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຮງ ແລະ ແທດຈິງ ໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງກ່ຽວກັບດ້ານການເມືອງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ ທ່ານນາງ Satsuki Katayama ຈະຕັ້ງໜ້າຂົນຂວາຍເພື່ອໃຫ້ສະພາແຫ່ງຊາດ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ.