(ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ແລະ
ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ)
(vovworld) – “ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ຊາດ” ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ແລະທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃນກອງປະຊຸມພົບປະເຈລະຈາລະຫວ່າງ 2 ຝ່າຍ ຊຶ່ງດຳເນີນໄປໃນຕອນເຊົ້າວັນທີ 16/10 ຢູ່ ລາວ. 2 ຝ່າຍກໍຢືນຢັນວ່າ: 2 ພັກ, 2 ລັດ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ຖືນີ້ແມ່ນປັດໃຈເປັນຕາຍສຳລັບພາລະກິດປະຕິວັດຂອງ 2 ຊາດ ຫວຽດນາມ - ລາວ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ແລກປ່ຽນບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ; ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃນວຽກງານຕິດຕາມກວດກາ ແລະ ສ້າງເງື່ອນໄຂນິຕິກຳທີ່ສະດວກໃຫ້ແກ່ວຽກງານຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນຂອງ 2 ປະເທດ; ຍູ້ແຮງການຮ່ວມມື ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ; ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນດີງາມຢູ່ບັນດາເວທີປາໄສສະພາແຫ່ງຊາດໃນພາກພື້ນ ແລະ ສາກົນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີສະພາແຫ່ງຊາດ ລາວ ພິຈາລະນາສ້າງເງື່ອນໄຂສະດວກກ່ວາ ໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຮັບເຂົ້າເປັນສັນຊາດ ລາວ ແລະ ຂໍບັດໃຫ້ອະນຸຍາດອາໄສຢູ່ ລາວ ເປັນເວລາຍາວນານ; ສະໜັບສະໜູນບັນດາການປ່ຽນແປງ, ເພີ່ມເຕີມກ່ຽວກັບກົນໄກ, ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວການລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ.
ການພົບປະແມ່ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຢ່າງເປັນທາງການຂອງຄະນະຜູ້ແທນ ຫວຽດນາມ ເຖິງ ສປປ ລາວ ຕາມຄຳເຊີນຂອງທ່ານຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ແຕ່ວັນທີ 15 – 18/10.