ການພົວພັນຫວຽດນາມ-ສິງຄະໂປຍັງມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ

ການພົວພັນຫວຽດນາມ-ສິງຄະໂປຍັງມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ - ảnh 1
(ພາບປະກອບ)

(vovworld) - ​ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ ປະຈຳ​ສິງ​ຄະ​ໂປ ທ່ານ Ivan Tan, ຜູ້ອຳນວຍການ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຂຶ້ນ​ກັບ​ອົງການ​ຄຸ້ມ​ຄອງ​ການ​ລົງທຶນ​ສິງ​ຄະ​ໂປ (IE), ສະ​ແດງ​ຄວາມ​ປະ​ເອີບ​ໃຈ ຕໍ່​ກາລະ​ໂອກາດ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ສິງ​ຄະ​ໂປ​ ເຂົ້າ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ 3 ຂົງ​ເຂດ​ແມ່ນ: ​ການ​ບໍລິການ​ໃຊ້​ສອຍ, ພື້ນຖານ​ໂຄງ​ລ່າງ ​ແລະ ການ​ຜະລິດ. ຕາມ​ທ່ານ​ແລ້ວ, ​ໃນ​ຊຸມ​ປີຜ່ານມາ​ຫວຽດນາມ​ ໄດ້​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ດີ​ທີ່​ສຸດ. ທ່ານ​ຫວັງ​ວ່າ, ຫວຽດນາມ ຈະ​ສືບ​ຕໍ່​ບັນດາ​ນະ​ໂຍບາຍ​ໃນ​ປະຈຸ​ບັນ, ສ້າງ​ສະພາບ​ແວດ​ລ້ອມ​ສະໜິດ​ຕິດ​ພັນ​ກັບ​ວິ​ສາ​ຫະກິດ​ກວ່າ​ອີກ, ຮັບປະກັນ​ການ​ປະຕິບັດ​ກົດໝາຍ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານຮອງ​ສາ​ສະ​ດາ​ຈານ Eugene Tan ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ຄຸ້ມ​ຄອງ​ສິງ​ຄະ​ໂປ ກໍ່​ຮັບ​ຮູ້​ວ່າ, ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ສິງ​ໂຄ​ໂປ ​ໃນ​ປະຈຸ​ບັນ ບໍ່​ພຽງ​ແຕ່​ພັດທະນາ​ໃນ​ຂົງ​ເຂດ​ການ​ເມືອງ ຫຼື​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກວ້າງ​ໄປ​ສູ່​ຂົງ​ເຂດ​ຮ່ວມ​ມື​ອື່ນໆ, ​ເຊັ່ນ​ດ້ານ​ກົດໝາຍ, ການ​ປ້ອງ​ກັນຊາ​ດ ​ແລະ ການ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ດ້ານ​ການ​ສຶກສາ. ​ເລື່ອງ​ສອງ​ປະ​ເທ​ດກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013 ​ໄດ້​ຫັນ​ສາຍ​ພົວພັນ​ສະໜິດ​ຕິດ​ພັນ, ພິ​ເສດ​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ​ສິງ​ຄະ​ໂປ - ຫວຽດນາມ ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ