ການພົວພັນຮ່ວມມືຫວຽດນາມ-ສ.ເກົາຫຼີໄດ້ຮັບການພັດທະນາຢ່າງແຮງ

ການພົວພັນຮ່ວມມືຫວຽດນາມ-ສ.ເກົາຫຼີໄດ້ຮັບການພັດທະນາຢ່າງແຮງ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນເລ​ຮ່ວາງ​ກວນ ​
​ຕ້ອນຮັບ​ທ່ານ​ອະ​ດີດ​ປະທານາທິບໍດີ​ສ.​ເກົາຫຼີ Lee Myung Bak
(ພາບ: TTXVN)


(vovworld) – ວັນ​ທີ 21/10, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ​້ການ​ຕ້ອນຮັບ​ທ່ານ​ອະ​ດີດ​ປະທານາທິບໍດີ​ສ.​ເກົາຫຼີ Lee Myung Bak ທີ່​ພວມ​ຢ້ຽມ​ຢາມຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮ່ວາງ​ກວນ ​ໄດ້​ຕີ​ລາຄາ​ສູງໝາກຜົນ​ໃນການຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໃນ​​​ໄລ​ຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ເລື່ອງ ສ.​ເກົາຫຼີ ພວມ​​ແມ່ນ​ນັກ​ລົງທຶນຕ່າງ​ປະ​ເທດ​ໃຫຍ່​ກວ່າໝູ່​ເຂົ້າ​ຫວຽດນາມ, ດ້ວຍ​ຍອດ​ທຶນ​ຈົດທະບຽນ​ບັນລຸ 43 ຕື້ USD. ​ໄລ່​ຮອດ​ທ້າຍ​ເດືອນ 08/2015 ວົງ​ເງິນ​ການຄ​້າ 2 ຝ່າຍບັນລຸ 24 ຕື້ USD, ​ໃນ​ນັ້ນ​ຫວຽດນາມ ສົ່ງ​ອອກ 5,4 ຕື້ USD. ທ່ານ ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ, ຍາມ​ໃດ​ນະ​ຄອນ​ໂຮ່ຈິ​ມິນ ກໍ​ຖື​ສ.​ເກົາ​ຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ ​ໃນ​ດ້ານກາ​ນຄ້າ, ການ​ລົງທຶນ ​ແລ​ະ ທ່ອງ​ທ່ຽວ. ພິ​ເສດ, ການ​ພົວພັນ​ລະຫວ່າງ​ນະ​ຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ Busan (ສ.​ເກົາຫຼີ) ​ແມ່ນ​ຮູບ​ແບບການ​ຮ່ວມ​ມືຢ່າງ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ. ທ່ານ ​ເລ​ຮ່ວາງ​ກວນ ປາດ​ຖະໜາ​ວ່າ, ທ່ານອະ​ດີດ​ປະທານາທິບໍດີ Lee Myung Bak ຈະ​ສືບ​ຕໍ່​ໂຄສະນາ​ສະພາບ​ແວ​ດລ້ອມ​ແຫ່ງ​ການ​ລົງທຶນ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ລົງທຶນ​ເຂົ້າ​ຫວຽດນາມ ກໍ​ຄື​ນະຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ