ການ​ຢຸດ​ງານ​ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່ການ​ສັນ​ຈອນ ຢູ່​ນະ​ຄອນຫຼວງ ຂອງ​ອັງ​ກິດ ແລະ ຝ​ລັ່ງ

(VOVWORLD) - ຢູ່ອັງກິດ, ການຢຸດງານ ຂອງ ບັນດາສະມາຊິກອົງການ ເພື່ອນຮ່ວມ ອາຊີບ ທາງລົດໄຟ, ການເດີນເຮືອ ແລະ ທາງບົກ ໄດ້ດຳເນີນບັນດາການຢຸດງານກ່ອນນັ້ນ ໃນສະພາບການມີຄວາມຂັດແຍ້ງກັນກ່ຽວກັບການຫຼຸດຜ່ອນວຽກເຮັດງານທຳ, ເງິນ ບຳນານ ແລະ ເງື່ອນໄຂເຮັດວຽກ. 
ການ​ຢຸດ​ງານ​ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່ການ​ສັນ​ຈອນ ຢູ່​ນະ​ຄອນຫຼວງ ຂອງ​ອັງ​ກິດ ແລະ ຝ​ລັ່ງ - ảnh 1ກຳມະກອນນັບພັນຄົນໄດ້ເຂົ້າຮ່ວມການປະທ້ວງເພື່ອຮຽກຮ້ອງເພີ່ມເງິນເດືອນຂຶ້ນຢູ່ ປາຣີ
(ພາບ:  AFP/TTXVN)

ວັນທີ 10 ພະຈິກ, ພະນັກງານຂະແໜງຄົມມະນາຄົມ ຢູ່ອັງກິດ ແລະ ຝລັ່ງ ໄດ້ຢຸດງານ ເຮັດໃຫ້ການສັນຈອນຢູ່ນະຄອນຫຼວງ ລອນດອນ ແລະ ປາຣີ ຖືກຂາດຕອນ. ນີ້ແມ່ນການຢຸດງານຄັ້ງຫຼ້າສຸດຢູ່ ເອີລົບ ເພື່ອແນໃສ່ຮຽກຮ້ອງເພີ່ມເງິນເດືອນຍ້ອນລາຄາເພີ່ມຂຶ້ນສູງ. ຢູ່ຝລັ່ງ, ບັນດາເສັ້ນທາງລົດໄຟ Metro ເກືອບທັງໝົດ ຈະປິດປະຕູ ຫຼື ພຽງເຄື່ອນໄຫວໃນຈຸດເວລາເຄັ່ງຮ້ອນ. ຈຳນວນຖ້ຽວລົດເມກໍ່ຫຼຸດລົງ 1/3.

ໃນຂະນະນັ້ນ, ຢູ່ອັງກິດ, ການຢຸດງານ ຂອງ ບັນດາສະມາຊິກອົງການ ເພື່ອນຮ່ວມ ອາຊີບ ທາງລົດໄຟ, ການເດີນເຮືອ ແລະ ທາງບົກ ໄດ້ດຳເນີນບັນດາການຢຸດງານກ່ອນນັ້ນ ໃນສະພາບການມີຄວາມຂັດແຍ້ງກັນກ່ຽວກັບການຫຼຸດຜ່ອນວຽກເຮັດງານທຳ, ເງິນ ບຳນານ ແລະ ເງື່ອນໄຂເຮັດວຽກ. ອຳນາດການປົກຄອງນະຄອນຫຼວງ ລອນດອນ ໃຫ້ຮູ້ວ່າ: ລະບົບລົດໄຟໃຕ້ດິນ ຖືກຂາດວັກຂາດຕອນຢ່າງຮ້າຍແຮງ ແລະ ກ່າວເຕືອນປະຊາຊົນບໍ່ຄວນນຳໃຊ້ລະບົບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ