ການຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ,ພໍ່ແມ່ພີ່ນ້ອງຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສະມາດ ຄ.ສ 2018

(VOVWORLD) - ນະຄອນກຽມພ້ອມໜູນຊ່ວຍບັນດາເງື່ອນໄຂດ້ານວັດຖຸໃນວິວັດການກໍ່ສ້າງສຳນັກງານຂອງເຂດຊາວຄຼິດ ທ໊າຍຮ່າ.
ການຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງ,ພໍ່ແມ່ພີ່ນ້ອງຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສະມາດ ຄ.ສ 2018 - ảnh 1 ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ລົງຢ້ຽມຢາມ, ອວຍພອນບັນດາຄຸນພໍ່ຢູ່ເຂດຊາວຄຼິດ ທ໊າຍຮ່າ

ຕອນບ່າຍວັນທີ 24 ທັນວາ, ເນື່ອງໃນໂອກາດວັນບຸນຄຼິດສະມາດ 2018 ແລະ ຕ້ອນຮັບປີໃໝ່ ຄ.ສ 2019, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ລົງຢ້ຽມຢາມ, ອວຍພອນບັນດາຄຸນພໍ່ຢູ່ເຂດຊາວຄຼິດ ທ໊າຍຮ່າ, ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານ ຫງວຽນດຶກຈູງ ຢັ້ງຢືນວ່າ: ນະຄອນກຽມພ້ອມໜູນຊ່ວຍບັນດາເງື່ອນໄຂດ້ານວັດຖຸໃນວິວັດການກໍ່ສ້າງສຳນັກງານຂອງເຂດຊາວຄຼິດ ທ໊າຍຮ່າ. ພ້ອມນັ້ນ ໄດ້ສະເໜີບັນດາຄຸນພໍ່ມີການພົວພັນແລກປ່ຽນກັບອຳນາດການປົກຄອງທ້ອງຖິ່ນເມື່ອມີຂໍ້ຄົງຄ້າງຢ່າງເປັນປະຈຳເພື່ອແກ້ໄຂ, ກໍ່ສ້າງສຳເລັດ ແລະ ນຳກິດຈະກຳເຂົ້າເຄື່ອນໄຫວໂດຍໄວ.

        ໃນຊຸມວັນຜ່ານມາ, ການນຳນະຄອນ ເກີນເທີ ໄດ້ຈັດຕັ້ງການລົງຢ້ຽມຢາມ, ມອບຂອງຂວັນຢູ່ສຳນັກສັງຄະລາດ ເກີນເທີ ແລະ ຄະນະຜູ້ແທນສາສະໜາ ໂປແຕັດຕັງ ຫວຽດນາມ ຢູ່ໂບດສາສະໜາ ໂປແຕັດຕັງ ເກີນເທີ. ທີ່ສະຖານທີ່ຕ່າງໆ, ທ່ານ ເຈິ່ນກວັກຈູງ, ເລຂາຄະນະພັກນະຄອນ ເກີນເທີ ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ, ຊາວຄິຼດ ແລະ ໂປແຕັດຕັງ… ຈະພ້ອມກັນຮ່ວມເດີນທາງພ້ອມກັບນະຄອນ, ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ເພີ່ມທະວີການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ:

        “ບົດບາດຂອງສຳນັກສັງຄະລາດ, ກໍ່ຄືໂບດແຫ່ງຕ່າງໆໃນບໍລິເວນບັນດາແຂວງໃນເຂດ, ພິເສດແມ່ນບົດບາດຂອງສັງນັກສັງຄະລາດ ຍາມໃດຝຶກຝົນຫຼໍ່ຫຼອມໃຫ້ ຊາວຄຼິດ ກາຍເປັນຜູ້ທີ່ດີ. ຈາກນັ້ນ ກໍ່ໄດ້ປະກອບສ່ວນນຳກັນເພື່ອພັດທະນາບ້ານເກີດເມືອງນອນນັບມື້ນັບຮັ່ງມີ, ສິວິໄລ.”

ຕອບກັບ

ຂ່າວ/ບົດ​ອື່ນ