ການລົງປະຊາມະຕິຢູ່ ອີຢີບ ຖືກດຳເນີນໃນທາມກາງ ບັນຍາກາດແຫ່ງຄວາມສະຫງົບ

ການລົງປະຊາມະຕິຢູ່ ອີຢີບ ຖືກດຳເນີນໃນທາມກາງ ບັນຍາກາດແຫ່ງຄວາມສະຫງົບ - ảnh 1
ສະຖານ​ທີ່ປ່ອນ​ບັດ​ແຫ່ງ​ໜຶ່ງ ຢູ່​ອີ​ຢິບ

(ພາບ: ABCNews)

Vovworld- ​ໂດຍ​ບໍ່​ຫົວຊາ​ຕໍ່ການ​ປະ​ທະ​ກັນລະຫວ່າງ​ບັນດາ​ຜູ້ແຫ່ຂະ​ບວນ ສະໜັບ​ໜູນປະທານາທິບໍດີອີ​ຢິບ Mohamed Morsi ​ແລະ ກຳລັງ​ຝ່າຍ​ຄ້ານ​ກ່ອນ​ທີ່​ດຳ​ເນີນ ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ໃໝ່ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ, ສັງ​ເກດ​ລວມ​ແລ້ວ, ​ການ​ປ່ອນ​ບັດຢູ່​ຕາມ​ສະຖານ​ທີ່​ປ່ອນ​ບັດຕ່າງໆ​ໄດ້​ດຳ​ເນີນ​ໃນ​ທາມ​ກາງບັນຍາກາດ​ແຫ່ງ​ຄວາມ​ສະຫງົບ. ວັນ​ທີ 15/12, ຢູ່ ນະຄອນຫຼວງ ກາຍ​ໂຣ, ຜູ້​ມີ​ສິດ​ໄປ​ປ່ອນ​ບັດ​ໄດ້​ຢືນ​ລຽນ​ແຖວ​ເປັນ​ລ້ຳ​ດັບ​ຢູ່​ຕໍ່ໜ້າສະຖານ​ທີ່​ປ່ອນ​ບັດຊຶ່ງ​ຕັ້ງ​ຢູ່​ບັນດາ​ໂຮງຮຽນ ​ແລະ ສູນວັດທະນະທຳ.

     ຄັ້ງ​ທີ່ 1 ຂອງການ​ລົງ​ປະຊາ​ມະຕິ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 15/12 ຢູ່ 10 ​ແຂວງ ​ແລະ ນະຄອນ​ດ້ວຍ​ຜູ້​ມີ​ສິດ​ປ່ອນ​ບັດ​ທັງ​ໝົດ 26,6 ລ້ານ​ຄົນ​ເຂົ້າ​ຮ່ວມ. ສ່ວນ ຄັ້ງ​ທີ່ 2 ຂອງການ​ລົງ​ປະຊາ​ມະຕິ​ຈະຖືກ​ດຳ​ເນີນ​ໃນ​ວັນ​ທີ 22/12 ທີ່​ຈະ​ມາ​ເຖິງ ຢູ່ 27 ​ແຂວງ ​ແລະ ນະຄອນທີ່​ຍັງ​ເຫຼືອ.

 

 

 

 

ຂ່າວ/ບົດ​ອື່ນ