ການວາງລະເບີດຢູ່ ອີຢີບເຮັດໃຫ້ 7 ຄົນເສຍຊີວິດ


ການວາງລະເບີດຢູ່ ອີຢີບເຮັດໃຫ້ 7 ຄົນເສຍຊີວິດ - ảnh 1
ສະຖານ​ທີ່​ເກີ​ດເຫດ

(ພາບ: PressTV)

(vovworld)- ​ ​ການ​ວາລະ​ເບີດ​ເມື່ອ​ວັນ​ທີ 19/10 ຢູ່​ແຫຼມ​ຊີ​ນາຍ ​ໄດ້​​ເຮັດ​ໃຫ້​ນັກຮົບ​ອີ​ຢີບ 7 ຄົນ​ເສຍ​ຊີວິດ ​ແລະ ອີກ 4 ຄົນ​ຖືກ​ບາດ​ເຈັບ. ຕາມ​ການ​ສະຖິຕິທາງ​ການ​ໂດຍ​ລັດຖະບານ​ອີ​ຢີບ ປະກາດ​ເມື່ອ​ເດືອນ 3/2014 ຜ່ານ​ມ​າ, ມີ​ນັກຮົບ​ ​ແລະ ຕຳຫຼວດຢ່າງ​ໜ້ອຍ​ສຸດ 500 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ ​ແລະ ວາງ​ລະ​ເບີດຄັ້ງຕ່າງໆຂອງ​ບັນດາ​ພາກສ່ວນ​ອິດ​ຊະລາ​ມຫົວ​ຮຸນ​ແຮງ. ກຸ່ມ​ບັນດາ​ຜູ້​ສະໜັບ ສະໜູນ Jerusalem ​ ​ຍອມຮັບໄດ້​ປະຕິບັດ ​ບຸ​ກໂຈມ​ຕີ​ສ່ວນ​ຫຼາຍດ້ວຍ​ສາຍ​ເຫດ​ແກ້​ແຄ້ນ​ໃຫ້​ແກ່​ບັນດາ​ຊາວ​ອິດ​ຊະລາ​ມ ຖືກ​ເສຍ​ຊີວິດ​ໃນ​ບັ້ນປາບ​ປາມ​ຄັ້ງຕ່າງໆ​ຂອງອຳນາດ​ການ​ປົກຄອງ. ກຸ່ມ​ນີ້​ເຄີຍ​ອອກ​ຄຳ​ຖະ​ແຫຼ​ງຈະ​ໜູນ​ຫຼັງ​ໃຫ້​ແກ່​ອົງການ “ລັດ​ອິດ​ຊະລາ​ມ“ (IS) ອ້າງ​ຊື່​ເອງ​ແຕ່​ບໍ່​ໃຫ້​ຄຳໝັ້ນສັນຍາ​ຈະ​ຈົ່ງຮັກ​ພັກດີ​ກັບ​ຜູ້ນຳ​ຂອງ IS ຢ່າງ​ປັນທາງການ./.

ຂ່າວ/ບົດ​ອື່ນ