ການວາງລະເບີດຢູ່ພາກໃຕ້ອາບການິສະຖານ

ການວາງລະເບີດຢູ່ພາກໃຕ້ອາບການິສະຖານ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ
(ພາບ: AFP/TTXVN)

(vovworld) - ວົງ​ການ​ເຈົ້າ​ໜ້າ​ທີ່ອາບ​ກາ​ນິສະຖານ ​ໃຫ້​ຮູ້​ວ່າ, ວັນ​ທີ 25/5, ມີ 68 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ນະຄອນ Qalat. ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ແຂວງ Zabul Mirwas Noorzai ​ໃຫ້​ຮູ້​ວ່າ, ຜູ້​ບຸກ​ໂຈມ​ຕີໄດ້ວາງລະ​ເບີດ​ໃນ​ລົດ​ຂົນ​ສົ່ງ​ຢູ່​ມໍ່​ກັບ​ຫ້ອງການ​ສະພາ​ແຂວງ ​ແລະ ​ໄດ້​ຕາຍ​ຢູ່ກັບ​ທີ່. ​ເຫດ​ວາງ​ລະ​ເບີດ​ເຮັດ​ໃຫ້​ສຳນັກ​ລັດຖະບານ, ພັດ​ຕະຄານ ​ແລະ ​ເຮືອນ​ຈຳນວນ​ໜຶ່ງ​ຂອງ​ປະຊາຊົນ​​ໃນ​ບໍລິ​ເວນ​ຖືກ​ເປ່​ເພ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອາບ​ກາ​ນິສະຖານ​ ພວມ​ປິດ​ລ້ອມ​ບໍລິ​ເວນ​ເກີດ​ເຫດ. ​ໂຄສົກ​ຂອງ ຕາ​ລີ​ບານ Qari Yousuf Ahmadi ຖະ​ແຫຼ​ງວ່າ, ​ເປົ້າ​ໝາຍ​ຂອງ​ການວາງ​ລະ​ເບີດ ​ແມ່ນ​ຫ້ອງການ​ສະພາ​ແຂວງ ​ແລະ ອົງການ​ຍຸຕິ​ທຳ​ຢູ່ Zabul, ພ້ອມ​ທັງ​ຢືນຢັນ​ວ່າ​ມີ​ມື​ປືນ 2 ຄົນ​ໄດ້​ແຊກ​ເຂົ້າກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ